ຈີນທຸ້ມງົບ 76 ລ້ານໂດລາ ດັນແຜນພັດທະນາໃນກຸ່ມບຣິກສ໌


ລັດຖະບານປັກກິ່ງປະກາດການຈັດສັນງົບປະມານ 76 ລ້ານໂດລາສະຫະລັດ ສະໜັບສະໜູນແຜນພັດທະນາດ້ານເສດຖະກິດ ແລະ ເຕັກໂນໂລຊີລະຫວ່າງສະມາຊິກຂອງບຣິກສ໌.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຊີຍະເໝິນ ປະເທດຈີນ ໃນວັນທີ 4 ກັນຍາວ່າ: ປະທານປະເທດ ສີຈິ້ນຜິງ ກ່າວຕໍ່ກອງປະຊຸມກຸ່ມປະເທດກຳລັງພັດທະນາທາງເສດຖະກິດ ຫລື ບຣິກສ໌ (BRICS) ຢູ່ເມືອງເຊີຍະເໝິນ ແຂວງຝູຈຽນ ທາງຕາເວັນອອກສຽງໃຕ້ຂອງຈີນວ່າ: ລັດຖະບານປັກກິ່ງກຽມຈັດສັນງົບປະມານ 76,4 ລ້ານໂດລາສະຫະລັດ ເພື່ອການດຳເນີນງານຕາມແຜນພັດທະນາດ້ານເສດຖະກິດ ແລະ ເຕັກໂນໂລຊີລະຫວ່າງສະມາຊິກຂອງບຣິກສ໌ ທີ່ນອກເໜືອຈາກຈີນແລ້ວຍັງປະກອບມີບຣາຊິນ, ຣັດເຊຍ, ອິນເດຍ ແລະ ອາຟຣິກາໃຕ້.


ນອກຈາກນີ້, ຜູ້ນຳຈີນຍັງປະກາດຈັດສັນງົບປະມານເພີ່ມອີກ 4 ລ້ານໂດລາສະຫະລັດ ໃຫ້ທະນາຄານເພື່ອການພັດທະນາໃໝ່ (NDB) ເຊິ່ງຖືເປັນສະຖາບັນການເງິນຂອງກຸ່ມບຣິກສ໌. ເຖິງຢ່າງໃດກໍຕາມ, ຕົວເລກດັ່ງກ່າວຖືວ່າໜ້ອຍ ເມື່ອທຽບໃສ່ 124.000 ລ້ານໂດລາສະຫະລັດ ທີ່ລັດຖະບານປັກກິ່ງປະກາດມອບເປັນທຶນສະໜັບສະໜູນໂຄງການພັດທະນາຕາມແຜນຍຸດທະສາດໜຶ່ງແລວທາງໜຶ່ງເສັ້ນທາງ ຫລື ກອງປະຊຸມເສັ້ນທາງສາຍໄໝແຫ່ງສະຕະວັດທີ 21 ຢູ່ນະຄອນຫລວງປັກກິ່ງ ໃນເດືອນພຶດສະພາຜ່ານມາ ແລະ ເຮັດໃຫ້ເກີດຄຳຖາມກ່ຽວກັບການເຊື່ອມໂຍງລະຫວ່າງແຜນພັດທະນາຂອງຈີນທີ່ມີຕໍ່ບຣິກສ໌ ແລະ ແຜນຍຸດທະສາດເສັ້ນທາງສາຍໄໝ.