IMF ຄາດວ່າໃນຕໍ່ໜ້າເສດຖະກິດ ສປປ ລາວ ຈະຟື້ນຕົວເຂົ້າສູ່ສະພາບປົກກະຕິ ແລະ ເຕີບໂຕຢ່າງຕໍ່ເນື່ອງ

- IMG 2547 - IMF ຄາດວ່າໃນຕໍ່ໜ້າເສດຖະກິດ ສປປ ລາວ ຈະຟື້ນຕົວເຂົ້າສູ່ສະພາບປົກກະຕິ ແລະ ເຕີບໂຕຢ່າງຕໍ່ເນື່ອງ
- kitchen vibe - IMF ຄາດວ່າໃນຕໍ່ໜ້າເສດຖະກິດ ສປປ ລາວ ຈະຟື້ນຕົວເຂົ້າສູ່ສະພາບປົກກະຕິ ແລະ ເຕີບໂຕຢ່າງຕໍ່ເນື່ອງ

ໃນວັນທີ 8 ກຸມພາ 2023 ທີ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Kenji Okamura ຮອງຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF) ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ທັນຕາ ກອງຜາລີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ Kenji Okamura ພ້ອມດ້ວຍຄະນະ ທີ່ເດີນທາງມາເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງ ຂອງ ສປປລາວ ໃນການປະເມີນເສດຖະກິດມະຫາພາກ ຂອງ ສປປລາວ ປະຈໍາປີ 2022 ຕາມພັນທະປະເທດສະມາຊິກ ພາຍໃຕ້ມາດຕາ (Article IV Consultation) ເຊິ່ງການປະເມີນດັ່ງກ່າວ ແມ່ນມີຄວາມສຳຄັນສຳລັບ ສປປລາວ ໂດຍສະເພາະໃນໄລຍະມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ກຳລັງປະເຊີນກັບສິ່ງທ້າທາຍຫລາຍຢ່າງຈາກທັງປັດໄຈພາຍໃນ ແລະ ພາຍນອກ ຜົນການປະເມີນຈະເປັນຂໍ້ມູນທີ່ສໍາຄັນໃຫ້ແກ່ການຈັດລຳດັບຄວາມໜ້າເຊື່ອຖືຂອງ ສປປ ລາວ ໃນການຍາດແຍ່ງການຊ່ວຍເຫລືອຈາກສາກົນ ແລະ ດຶງດູດການລົງທຶນຂອງຕ່າງປະເທດ ເຊິ່ງນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ບໍລິສັດຂອງຕ່າງປະເທດກຳລັງລໍຖ້າຜົນການປະເມີນສະພາບເສດຖະກິດມະຫາພາກ ຂອງ ສປປ ລາວ ໃນປີນີ້. ຂະນະດຽວກັນກໍໄດ້ສະເໜີໃຫ້ກອງທຶນການເງິນສາກົນສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານວິຊາການໃຫ້ແກ່ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ເພື່ອໃຫ້ສາມາດຮັບມືກັບບັນດາຄວາມສ່ຽງທີ່ ສປປ ລາວ ກຳລັງປະເຊີນຢ່າງມີປະສິດທິພາບ ແລະ ທັນສະພາບການ.

- Visit Laos Visit SALANA BOUTIQUE HOTEL - IMF ຄາດວ່າໃນຕໍ່ໜ້າເສດຖະກິດ ສປປ ລາວ ຈະຟື້ນຕົວເຂົ້າສູ່ສະພາບປົກກະຕິ ແລະ ເຕີບໂຕຢ່າງຕໍ່ເນື່ອງ

ທ່ານ ຮອງຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານຜົນການປະເມີນເສດຖະກິດ ສປປ ລາວ. ໃນນັ້ນ, ໄດ້ເນັ້ນບັນຫາສຳຄັນຄື: ການພັດທະນາເສດຖະກິດ, ການເງິນພາກລັດ, ນະໂຍບາຍເງິນຕາ ແລະ ການທະນາຄານ, ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ແລະ ການຄາດຄະເນໃນຕໍ່ໜ້າ ເຊິ່ງຜົນຂອງການປະເມີນເຫັນວ່າຍັງມີສິ່ງທ້າທາຍ ແລະ ຄວາມອ່ອນໄຫວຂອງເສດຖະກິດໃນຫລາຍດ້ານທີ່ສົ່ງຜົນກະທົບຕໍ່ການຂະຫຍາຍຕົວ ແລະ ສະຖຽນລະພາບຂອງເສດຖະກິດ ສປປ ລາວ. ແຕ່ເຖິງຢ່າງໃດກໍຕາມ IMF ຄາດວ່າໃນຕໍ່ໜ້າເສດຖະກິດຂອງ ສປປ ລາວ ຈະຟື້ນຕົວເຂົ້າສູ່ສະພາບປົກກະຕິ ແລະ ເຕີບໂຕຢ່າງຕໍ່ເນື່ອງ.

ການປະເມີນເສດຖະກິດມະຫາພາກ ຕາມມາດຕາ IV ຂອງ IMF ແມ່ນການປະຕິບັດພັນທະຂອງ ສປປ ລາວ ໃນນາມປະເທດສະມາຊິກ ເພື່ອໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກແກ່ຄະນະວິຊາການຂອງ IMF ໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າການພັດທະນາເສດຖະກິດໃນທຸກໆປີ.

 

- 5 - IMF ຄາດວ່າໃນຕໍ່ໜ້າເສດຖະກິດ ສປປ ລາວ ຈະຟື້ນຕົວເຂົ້າສູ່ສະພາບປົກກະຕິ ແລະ ເຕີບໂຕຢ່າງຕໍ່ເນື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!