ສສຂ ເມືອງສາມັກຄີໄຊ ສະເໜີໃຫ້ແຂວງອັດຕະປື ສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ


ວັນທີ 7 ກຸມພາ 2023, ທ່ານ ພູວັນ ພົມມະຈັນ ສະມາຊິກສະພາປະຊາຊົນແຂວງອັດຕະປື ເຂດເລືອກຕັ້ງ ເມືອງສາມັກຄີໄຊ ໄດ້ປະກອບຄໍາເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງອົງການປົກຄອງ ແຂວງອັດຕະປື ຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍທ່ານໄດ້ສະເໜີໃຫ້ອົງການປົກຄອງແຂວງສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອແກ້ໄຂການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໃນໄລຍະຜ່ານມາຄວນທົບທວນຄືນ ແຜນພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ. ມາຮອດປັດຈຸບັນ ຜົນສໍາເລັດທີ່ເປັນຕົວແບບໃຫ້ແກ່ການສ້າງພື້ນຖານການຜະລິດຂອງປະຊາຊົນມີຫຍັງແດ່ທີ່ພົ້ນເດັ່ນ, ໂດຍລວມແລ້ວການພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ເຫັນວ່າການແກ້ໄຂແມ່ນເປັນຈຸດ ເປັນຍ່ອມ.
ດັ່ງນັ້ນ, ຈຶ່ງເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ ບໍ່ບັນລຸຕາມຄາດໝາຍ,ຂາດການວິເຄາະວິໄຈ ແລະ ເພື່ອເປັນການແກ້ໄຂວຽກງານດັ່ງກ່າວໃນຕໍ່ໜ້ານີ້: ຕ້ອງເອົາໃຈໃສ່ໃນການແກ້ໄຂເຂດຊົນນະບົດໂດຍສ້າງການຫັນປ່ຽນໃຫ້ປະຊາຊົນ, ໂດຍສະເພາະ ສ້າງຈຸດສຸມ, ຫັນປ່ຽນດ້ານແນວຄິດຈິນຕະນາການ ໃນການກະທຳຂອງປະຊາຊົນ ເພາະເຫັນວ່າການສ້າງບ້ານພັດທະນາຍັງຂາດຈຸດໃຈກາງໃນການເຕົ້າໂຮມປະຊາຊົນ ໂດຍສະເພາະໃນເຂດຊົນນະບົດ ຄວນມີໄຟຟ້າ, ນໍ້າປະປາ, ມີສະຖານທີ່ສາທາລະນະ ເພື່ອສ້າງການຫັນປ່ຽນໃຫ້ປະຊາຊົນ ກ້າວໄປສູ່ການພັດທະນາ ຢ່າງຮອບດ້ານ.
ຂະນະດຽວກັນຢູ່ໃນບົດລາຍງານຂອງອົງການປົກຄອງແຂວງອັດຕະປື ໄດ້ລະບຸວ່າ: ຜ່ານມາອົງການປົກຄອງແຂວງໄດ້ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມຈຸດສຸມ ແລະ ຫັນລົງກໍ່ສ້າງຮາກຖານຕາມຂະແໜງການ ເພື່ອຜັນຂະຫຍາຍການແບ່ງຄວາມຄວາມຮັບຜິດຊອບຕາມທິດ 3 ສ້າງ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເຊິ່ງໄດ້ຮັບຮອງເອົາຈຸດສຸມໜອງຫີນເຂົ້າເປັນຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະກອບມີ 4 ບ້ານຄື: ບ້ານໄຊດອນໂຂງ, ໜອງຫີນ, ໜອງມ່ວງ ແລະ ມັດກາ, ຮັບຮອງເອົາຈຸດສຸມສົ້ມປ່ອຍເຂົ້າເປັນຈຸດສຸມຈັດສັນພູມລໍາເນົາ ແລະ ບ່ອນທຳມາຫາກິນໃຫ້ປະຊາຊົນ ປະກອບມີ 7 ບ້ານຄື: ບ້ານສົ້ມປ່ອຍ, ຫາດອຸດົມໄຊ, ຕະເງົາ, ນໍ້າກົງ, ຫາດຊາຍສູງ, ຄັນໝາກນາວ ແລະ ບ້ານບຸ່ງແກ້ວ, ຮັບຮອງເອົາຈຸດສຸມຫີນລາດ ເຂົ້າເປັນຈຸດສຸມຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນໃຫ້ປະຊາຊົນ ປະກອບມີ 7 ບ້ານຄື: ຫີນລາດ, ບ້ານໃໝ່, ທ່າຫີນ, ທ່າແສງຈັນ, ສະໜອງໃຕ້, ຕະມໍຢອດ ແລະ ປິນດົງ, ຮັບຮອງເອົາຈຸດສຸມສະແຄະ ເມືອງໄຊເສດຖາ ເປັນຈຸດສຸມຕົວແບບໃນພັດທະນາຂອງແຂວງ ໄລຍະປີ 2021-2025 ມີ 3 ບ້ານຄື: ສະແຄະ, ຫາດສະຕີ ແລະ ທ່າລານ, ການປະເມີນຜົນຄວາມທຸກຍາກ ແລະ ການພັດທະນາຕາມດຳລັດ 348/ລບ ມີຄວາມຄື: ຈຳນວນບ້ານທຸກຍາກ ຫລຸດລົງຍັງເຫລືອ 77 ບ້ານ ກວມເອົາ 52%, ຄອບຄົວທຸກຍາກຍັງເຫລືອ 11.745 ຄອບຄົວ ກວມເອົາ 42%, ຄອບຄົວພັດທະນາ ເພີ່ມຂຶ້ນ 5.587 ຄອບຄົວ ກວມເອົາ 18% ແລະ ບ້ານພັດທະນາ ເພີ່ມຂຶ້ນ 1 ບ້ານ.