ລີເວີພູລ-ແມນຊິຕີ ເປີດເສິກຍາດ ກອງກາງດາວເດ່ັນທີມຊາດຍີ່ປຸ່ນ

ລີເວີພູລ ແລະ ແມນເຊສເຕີ ຊິຕີ 2 ສະໂມສອນດັງແຫ່ງ ພຣີເມຍລີກ ອັງກິດ ກຽມເປີດສົງຄາມນອກສະໜາມຄວ້າ ໄດຈິ ຄາມາດະ ກອງກາງທີມຊາດຍີ່ປຸ່ນຂອງ ໄອທຣັກ ແຟຣັງເຟີ ໄປເສີມທີມໃນໄລຍະປິດລະດູການ ຕາມລາຍງານເມື່ອວັນທີ 12 ກຸມພາທີ່ຜ່ານມາ.
ຄາມາດະ ພວມຈະກາຍເປັນນັກເຕະບໍ່ມີສັງກັດໃນໄລຍະລະດູການນີ້ ຫລັງຈາກຫມົດສັນຍາກັບທີມ ເຊິ່ງເຮັດໃຫ້ລາວ ໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນທົ່ວຢູໂຣບ ໂດຍສະເພາະ ລີເວີພູລ ແລະ ແມນເຊສເຕີ ຊິຕີ ທີ່ພວມເຝົ້າຕິດຕາມ ສະຖານະການຢ່າງໃກ້ຊິດ.
ລີເວີພູລ ຢູ່ລະຫວ່າງການຄົ້ນຫາກອງກາງຄົນໃຫມ່ເຂົ້າມາຮ່ວມທີມເພື່ອປັບປຸງຂຸມກຳລັງຄັ້ງໃຫຍ່ໃນໄລຍະປິດລະດູການ ຂະນະທີ່ ແມນ ຊິຕີ ກໍຢາກໄດ້ກອງກາງມາແທນ ອິລຄາຍ ກຸນໂດກັນ ທີ່ກຽມຍ້າຍອອກໄປແບບບໍ່ມີຄ່າຕົວເຊັ່ນດຽວກັນ.
ໃນເວລານີ້ ກອງກາງເລືອດຍີ່ປຸ່ນ ອາຍຸ 26 ປີ ສາມາດເຈລະຈາກັບສະໂມອນອື່ນໆໄດ້ຢ່າງອິດສະລະ ຫລັງຈາກບໍ່ຕໍ່ສັນຍາສະບັບໃຫມ່ ກັບ ແຟຣັງເຟີ ເຊິ່ງຫາກທີມໃດຍື່ນຂໍ້ສະເໜີເປັນທີ່ໜ້າພໍໃຈ ຄາດວ່າ ດາມາດະ ກໍໜ້າຈະຕອບຕົກລົງທັນທີ.
ສຳລັບຜົນງານລະດູການນີ້ ຫລິ້ນໃຫ້ຕົ້ນສັງກັດໄປແລ້ວ 27 ລວມທຸກລາຍການ ຍິງໄປ 13 ປະຕູ.