ໄຊໂຄນແກເບຍກຽມພັດຖະຫລົ່ມນິວຊີແລນ ເບື້ອງຕົ້ນລົມພັດແຮງ ຝົນຕົກໜັກ ໄຟຟ້າດັບ 58.000 ກວ່າຫລັງ
ໄຊໂຄນແກເບຍກຽມພັດຖະຫລົ່ມນິວຊີແລນໃນຕົ້ນອາທິດນີ້ 13 ກຸມພາ ທາງການລາຍງານສະພາບອາກາດເບື້ອງຕົ້ນ ຫລາຍພື້ນທີ່ໂດຍສະເພາະທາງຕອນເໜືອຂອງປະເທດມີລົມພັດແຮງ, ຝົນຕົກໜັກ, ເຮືອນ 58.000 ກວ່າຫລັງບໍ່ມີກະແສໄຟຟ້າໃຊ້ຊົ່ວຄາວ ຄາດວ່າແຮງລົມຈະຍິ່ງຮຸນແຮງຂຶ້ນໃນບໍ່ເທົ່າໃດວັນນີ້.
ໂດຍທາງການນິວຊີແລນໄດ້ປະກາດສະຖານະການສຸກເສີນໃນເມືອງອອກແລນ ແລະ ພື້ນທີ່ອ້ອມຮອບທີ່ຄາດວ່າຈະໄດ້ຮັບຜົນກະທົບຈາກໄຊໂຄນຫົວດັ່ງກ່າວ ພ້ອມມີຄໍາສັ່ງໃຫ້ສະຖານທີ່ສຶກສາ ແລະ ໜ່ວຍງານລັດໃນທ້ອງຖິ່ນຕ່າງໆ ປິດໃຫ້ບໍລິການຊົ່ວຄາວ ລວມທັງຂໍການຮ່ວມມືປະຊາຊົນໃຫ້ຫລີກລ່ຽງການເດີນທາງໃນໄລຍະເວລານີ້ຖ້າບໍ່ມີຄວາມຈໍາເປັນຮີບດ່ວນ.
ທ່ານ ຄີຣັນ ແມກອະນັລຕີ ລັດຖະມົນຕີດ້ານການແກ້ໄຂສະຖານະການສຸກເສີນນິວຊີແລນ ລະບຸວ່າ: ເຫດໄຟຟ້າດັບອາດຕ້ອງໃຊ້ເວລາຫລາຍວັນຈະກັບມາໃຊ້ໄຟຟ້າໄດ້ອີກ ໂດຍໄຊໂຄນຫົວນີ້ຍັງເຮັດໃຫ້ຂົນສົ່ງສາທາລະນະທັງເທິງດິນ, ໃຕ້ດິນ, ທາງນໍ້າ ແລະ ທາງອາກາດຕ່າງຕ້ອງຍົກເລີກ ຫລື ປ່ຽນແຜນການເດີນທາງຢ່າງຮີບດ່ວນ ເພື່ອຮັບມືສະຖານະການສຸກເສີນທີ່ອາດຈະເກີດຂຶ້ນ.
ໄຊໂຄນແກເບຍຖືເປັນໄພພິບັດດ້ານສະພາບອາກາດຄັ້ງທີ 2 ທີ່ພັດຖະຫລົ່ມເມືອງອອກແລນ ແລະ ພື້ນທີ່ຕອນເໜືອຂອງນິວຊີແລນໃນບໍ່ເທົ່າໃດອາທິດຜ່ານມາ ຫລັງຈາກພື້ນທີ່ບໍລິເວນນີ້ປະສົບເຫດພາຍຸຝົນພັດຖະຫລົ່ມຢ່າງໜັກໃນເດືອນມັງກອນຜ່ານມາ ເຮັດໃຫ້ຝົນຕົກຫລາຍເປັນປະຫວັດສາດ ບາງແຫ່ງນໍ້າຖ້ວມ ແລະ ເກີດເຫດດິນເຈື່ອນ ຂ້າຊີວິດປະຊາຊົນໄປຢ່າງໜ້ອຍ 4 ຄົນ.
ທ່ານ ແມກອະນັລຕີ ລະບຸວ່າ: ເຫດການດ້ານສະພາບອາກາດທັງ 2 ຄັ້ງນີ້ຈະສ້າງຄວາມທ້າທາຍໃຫ້ແກ່ລະບົບບໍລິຫານຈັດການສະຖານະການສຸກເສີນຂອງນິວຊີແລນບໍ່ຫລາຍກໍໜ້ອຍ ຈຶ່ງຈໍາເປັນຕ້ອງກຽມພ້ອມຮັບມືຢ່າງເຕັມຄວາມສາມາດ.
ອ້າງອີງ:
https://www.reuters.com/…/power-outages-strong-winds…/