ເປັນໄປຕາມຄາດ, ເຊລຊີ ຕັດຊື່ ຄອສຕ້າ ອອກຈາກທີມຊຸດລຸຍ ຢູຟາແຊ໊ມປຽນລີກ
September 5, 2017 - 2:47 PM




ກອງໜ້າອາຍຸ 28 ປີ ໝົດອະນາຄົດກັບ ເຊລຊີ ຫຼັງ ອັນໂຕນິໂອ ຄອນເຕ ຜູ້ຈັດ ການທີມບອກຕັ້ງແຕ່ຈົບລະດູການຜ່ານມາແລ້ວວ່າບໍ່ຢູ່ໃນ ແຜນເຮັດທີມ ແຕ່ສຸດທ້າຍກໍບໍ່ ໄດ້ຍ້າຍໄປໃສ ຫຼັງການຊື້ຂາຍ ຫວນຄືນ ແອັດເລຕິໂກ ມາ ດຣິດ ລົ້ມເຫຼວບໍ່ເປັນທ່າ ແນວ ໃດກໍຕາມ ລາວເອງກັບມາ ມີອະນາຄົດກັບທີມອີກຄັ້ງ ຫຼັງ ໄດ້ຮັບການໃສ່ຊື່ຮ່ວມຢູ່ໃນຊຸດ ເຕະພຣີເມຍລີກ ລະດູການນີ້.
ປັດຈຸບັນ ຄອສຕ້າ ຍັງຄົງ ຢູ່ ປະເທດບຣາຊິລ ແລະ ໄດ້ ເຮັດການລົບບັນຊີອິນສະຕາ ແກຣມຂອງໂຕເອງ ເພື່ອບໍ່ ໃຫ້ມີໃຜຕາມຫາໂຕໄດ້ ແລະ ສະແດງທ່າທີ່່ຈະແຈ້ງບໍ່ຂໍກັບ ໄປຫຼິ້ນໃຫ້ ເຊລຊີ ອີກແລ້ວ ຂະ ນະທີ່ຫຼ້າສຸດ ຄອສຕ້າ ຈະໝົດ ໂອກາດລົງຫຼິ້້ນໃນຂັນສະໂມ ສອນເອີຣົບ ຈົນກວ່າຈະເຖິງ ປີໃໝ່ ຫຼັງຖືກຕັດຊື່ອອກຈາກ ທີມຊຸດເຕະ ແຊ໊ມປຽນລີກ ຮອບແບ່ງກຸ່ມຮຽບຮ້ອຍແລ້ວ.