ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະແດງຄວາມກັງວົນ ຕໍ່ກໍລະນີການຕັ້ງຖິ່ນຖານຂອງອິດສະລາແອນໃນເຂດເວສແບງ

ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ສະແດງທ່າທີກັງວົນໃຈ ແລະ ຜິດຫວັງຕໍ່ກໍລະນີການຕັ້ງຖິ່ນຖານຂອງອິດສະລາແອນໃນເຂດເວສແບງທີ່ຢຶດຄອງຢູ່. ພ້ອມຊີ້ວ່າ: ການກະທໍາຂອງອິດສະລາແອນຈະຍິ່ງເປັນອັນຕະລາຍຕໍ່ແນວທາງການແກ້ໄຂບັນຫາຄວາມຂັດແຍ່ງລະຫວ່າງອິດສະລາແອນ-ປາແລັສຕິນຕາມທີ່ເຄີຍຕົກລົງໄວ້ໃນປີ 1967.
ທ່າທີດັ່ງກ່າວມີຂຶ້ນພາຍຫລັງຕົ້ນເດືອນກຸມພາຜ່ານມາ, ລັດຖະບານອິດສະລາແອນອະນຸຍາດ ແລະ ຮັບຮອງສິດການຕັ້ງຖິ່ນຖານຂອງຊາວອິດສະລາແອນໃນພື້ນທີ່ເຂດເວສແບງທີ່ຕົນເອງຢຶດຄອງໄດ້ ຫລັງຈາກເລີ່ມຄ່ອຍໆຢຶດຄອງພື້ນທີ່ບາງສ່ວນຂອງເຂດເວສແບງ ລວມທັງເຢຣູຊາເລັມຕາເວັນອອກ ແລະ ເຂດກາຊາ ນັບແຕ່ປີ 1967 ເຊິ່ງພື້ນທີ່ເຫລົ່ານີ້ລ້ວນເປັນດິນແດນທີ່ປາແລັສຕິນຕ້ອງການຈະໃຫ້ເປັນແຜ່ນດິນຂອງລັດ ຫລື ປະເທດໃນອະນາຄົດ.
ສໍານັກຂ່າວ Reuters ເປີດເຜີຍວ່າ: ຜູ້ແທນສະຫະລັດອາຣັບເອມິເຣດ ຮ່ວມກັບຜູ້ແທນຂອງປາແລັສຕິນ ຮ່ວມກັນສ້າງຮ່າງມະຕິຮຽກຮ້ອງໃຫ້ອິດສະລາແອນຢຸດການຕັ້ງຖິ່ນຖານໃນດິນແດນປາແລັສຕິນທີ່ຕົນເອງຢຶດຄອງໄວ້ໂດຍເດັດຂາດ ແລະ ທັນທີ, ແຕ່ເບິ່ງຄືວ່າກອງປະຊຸມຈະມີມະຕິປັດຮ່າງຂໍ້ຮຽກຮ້ອງດັ່ງກ່າວໃຫ້ຕົກໄປ.
ໂດຍຜູ້ຊ່ຽວຊານຂອງສະຫະປະຊາຊາດ (UN) ຊີ້ວ່າ: ການຕັ້ງຖິ່ນຖານຂອງອິດສະລາແອນຖືເປັນການກໍ່ອາດຊະຍາກໍາສົງຄາມ ເນື່ອງຈາກກົດໝາຍສາກົນຫ້າມບໍ່ໃຫ້ຜູ້ມີອໍານາດຄອບຄອງຖ່າຍໂອນພົນລະເມືອງຂອງຕົນເຂົ້າໄປດິນແດນທີ່ຖືກຢຶດຄອງຢ່າງຈະແຈ້ງ.
ກອງປະຊຸມ UNSC ຍັງໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງສະຫງົບສະຕິອາລົມ, ຢັບຢັ້ງຊັ່ງໃຈ ແລະ ລະເວັ້ນຈາກການກະທໍາໃດໆ ທີ່ອາດເປັນການຍົ່ວຍຸ ແລະ ກໍ່ໃຫ້ເກີດຄວາມບໍ່ພໍໃຈລະຫວ່າງກັນເພີ່ມຂຶ້ນໄປອີກ. ທັງຍັງໃຫ້ທຸກຝ່າຍເຄົາລົບກົດໝາຍສາກົນ ລວມທັງປົກປ້ອງພົນລະເຮືອນຂອງຕົນ. ພ້ອມທັງຢືນຢັນວ່າ: ທຸກລັດມີສິດຈະຢູ່ຮ່ວມກັນຢ່າງສັນຕິພາຍໃນດິນແດນທີ່ປອດໄພ ແລະ ຍອມຮັບໃນລະດັບສາກົນ ແລະ ເນັ້ນວ່າ: ຊາວອິດສະລາແອນ ແລະ ຊາວປາແລັສຕິນມີສິດໄດ້ຮັບເສລີພາບ, ຄວາມປອດໄພ, ຄວາມຈະເລີນຮຸ່ງເຮືອງ, ຄວາມຍຸຕິທໍາ ແລະ ສັກສີຢ່າງເທົ່າທຽມກັນ.
ອ້າງອີງ:
https://www.aa.com.tr/…/un-security-council…/2825970