ນາຍົກ ຮ່ວມວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ

- IMG 4216 - ນາຍົກ ຮ່ວມວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ
- kitchen vibe - ນາຍົກ ຮ່ວມວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2023 ທີ່ເຂດພັດທະນາເສດຖະກິດໃໝ່ ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ໃນພິທີ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກ່າວວ່າ: ແຂວງຈຳປາສັກ ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ມີການສ້າງຕັ້ງເຂດເສດຖະກິດພິເສດແລ້ວ 4 ເຂດ ເຊິ່ງເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງໃນສີ່ເຂດເສດຖະກິດພິເສດ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຮັບການສ້າງຕັ້ງ ໃນຄັ້ງວັນທີ 23 ສິງຫາ 2018, ເຊັນສັນຍາພັດທະນາໂຄງການ ໃນຄັ້ງວັນທີ 30 ສິງຫາ 2018, ມີມູນຄ່າການລົງທຶນ: 1.330 ລ້ານໂດລາສະຫະລັດ, ມີອາຍຸສຳປະທານ 50 ປີ ເຊິ່ງເປັນໂຄງການທີ່ໃຫຍ່ຂອງແຂວງຈຳປາສັກ, ຖ້າຫາກໂຄງການດັ່ງກ່າວຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ວາງໄວ້ ຈະສາມາດສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ປະຊາຊົນລາວ ໂດຍສະເພາະຊາວແຂວງຈຳປາສັກ ແລະ ທັງເປັນການສ້າງຖານລາຍຮັບທີ່ໝັ້ນຄົງຖາວອນໃຫ້ແກ່ປະເທດຊາດ ກໍຄືແຂວງຈຳປາສັກ ຕາມແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາດ້ານເສດຖະກິດ-ການເງິນໄດ້ເປັນຢ່າງດີ.

- IMG 4212 - ນາຍົກ ຮ່ວມວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ

ເພື່ອເປັນທິດທາງໃຫ້ຜູ້ພັດທະນາ, ຜູ້ລົງທຶນໄດ້ຄົ້ນຄວ້າໃນຕໍ່ໜ້າ, ທ່ານເຈົ້າແຂວງຈຳປາສັກ ຍັງມີບາງຄຳເຫັນຕື່ມອີກເພື່ອຮັບປະກັນໃຫ້ແກ່ການພັດທະນາການມີສະຖຽນລະພາບຕ້ອງຮັບປະກັນທາງດ້ານວຽກງານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າພາຍໃນຊາດ ກໍຄືແຂວງຈຳປາສັກແມ່ນເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ ພ້ອມທັງຜັກດັນໃຫ້ທຸກການເຄື່ອນໄຫວໃຫ້ຖຶກຕ້ອງ ຢູ່ພາຍໃຕ້ການຄຸ້ມຄອງ, ສອດຄ່ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ, ສົ່ງເສີມ ແລະ ດຶງດູດການລົງທຶນ. ພ້ອມຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ໂດຍສະເພາະເຂດເສດຖະກິດພິເສດແຂວງ ໃຫ້ນັບມື້ຫລາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດໄດ້ຫັນ ປ່ຽນໄປຕາມທິດ, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.

- 5 - ນາຍົກ ຮ່ວມວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!