ອີຣານປະກາດຜົນສໍາເລັດ ພັດທະນາລູກສອນໄຟໄລຍະໄກລຸ້ນໃໝ່

ກອງທັບອີຣານປະກາດຜົນສໍາເລັດ ໃນການພັດທະນາລູກສອນໄຟໄລຍະໄກລຸ້ນຫລ້າສຸດ.
ວັນທີ 25 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະຖານີໂທລະພາບແຫ່ງຊາດຂອງອີຣານລາຍງານຜົນສໍາເລັດຂອງກອງກໍາລັງພິທັກປະຕິວັດອີຣານ (IRGC) ໃນການພັດທະນາລູກສອນໄຟໄລຍະໄກປາເວ “ລຸ້ນຫລ້າສຸດ” ຊື່ “ໄຄເບີເຊຄັນ” ເຊິ່ງມີລັດສະໝີໃນການຍິງ 1.650 ກິໂລແມັດ ແລະ ນໍາເຂົ້າປະຈໍາການຮຽບຮ້ອຍແລ້ວ ໂດຍບໍ່ມີການໃຫ້ຂໍ້ມູນເພີ່ມຕື່ມ.
ຂະນະທີ່ ທ່ານ ອາເມຍ ອາລີ ຮາຈິຊາເດ ຜູ້ບັນຊາການກອງທັບອາກາດຂອງ IRGC ກ່າວເຖິງເຫດການທີ່ IRGC ລະດົມຍິງລູກສອນໄຟໂຈມຕີຖານທັບອາເມລິກາໃນອີຣັກ ພຽງບໍ່ເທົ່າໃດວັນຫລັງກອງທັບອາເມລິກາລອບສັງຫານ ພົນຕີ ກັສເຊັມ ສຸໄລມານີ ຜູ້ບັນຊາການກອງກໍາລັງນັກຮົບພິເສດ “ຄຸດ” ຂອງ IRGC ໃນນະຄອນຫລວງແບກແດດ ວັນທີ 3 ມັງກອນ 2023 ວ່າ: ອີຣານບໍ່ໄດ້ມີເປົ້າໝາຍສັງຫານ “ທະຫານຜູ້ໜ້າສົງສານ”.
ເຖິງຢ່າງໃດກໍຕາມ, ຈຸດປະສົງແທ້ຈິງຄື ຜູ້ນໍາອາເມລິກາໃນເວລານັ້ນ ປະທານາທິບໍດີ ໂດນັລ ທຣຳ, ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາທະຫານລະດັບສູງຂອງອາເມລິກາ ທີ່ຢູ່ເບື້ອງຫລັງການເສຍຊີວິດຂອງ ພົນຕີ ສຸໄລມານີ.