ສື່ເຜີຍ ລີໂອເນລ ເມສຊີ ມີໂອກາດຫລາຍທີ່ສຸດໃນການຄວ້າລາງວັນເຕະຊາຍດີເດ່ັນ ຟີຟາ 2022

-                                 45 - ສື່ເຜີຍ ລີໂອເນລ ເມສຊີ ມີໂອກາດຫລາຍທີ່ສຸດໃນການຄວ້າລາງວັນເຕະຊາຍດີເດ່ັນ ຟີຟາ 2022
- kitchen vibe - ສື່ເຜີຍ ລີໂອເນລ ເມສຊີ ມີໂອກາດຫລາຍທີ່ສຸດໃນການຄວ້າລາງວັນເຕະຊາຍດີເດ່ັນ ຟີຟາ 2022

-                                 45 - ສື່ເຜີຍ ລີໂອເນລ ເມສຊີ ມີໂອກາດຫລາຍທີ່ສຸດໃນການຄວ້າລາງວັນເຕະຊາຍດີເດ່ັນ ຟີຟາ 2022

ສື່ລາຍງານວ່າ ລີໂອເນລ ເມສຊີ ກອງໜ້າຂອງ ປາຣີສ ແຊັງ ແຊັກແມັງ ແລະ ທີມຊາດອາເຈນຕີນາ ຄືນັກເຕະທີ່ມີໂອກາດຫລາຍທີ່ສຸດທີ່ຈະຄວ້າລາງວັນນັກເຕະດີເດ່ັນຊາຍຂອງ ຟີຟາ ປະຈຳປີ 2022.

- Visit Laos Visit SALANA BOUTIQUE HOTEL - ສື່ເຜີຍ ລີໂອເນລ ເມສຊີ ມີໂອກາດຫລາຍທີ່ສຸດໃນການຄວ້າລາງວັນເຕະຊາຍດີເດ່ັນ ຟີຟາ 2022

ກ່ອນໜ້ານີ້ສະຫະພັນບານນາໆຊາດ (FIFA) ປະກາດລາຍຊື່ 3 ນັກເຕະຜູ້ເຂົ້າຮອບສຸດທ້າຍຊີງລາງວັນນັກເຕະດີເດ່ັນ ຫລື The Best FIFA Men Player Awards 2022 ເຊິ່ງອ້າງອີງຈາກຜົນງານຕັ້ງແຕ່ 8 ສິງຫາ 2021-18 ທັນວາ 2022 ປະກອບດ້ວຍ ລີໂອເນລ ເມສຊີ ຈາກປາຣີສ ແຊັງ ແຊັງແມັງ ແລະ ທີມຊາດອາເຈນຕີນາ, ຄີລຽນ ເອັບບັເປ ຈາກປາຣີສ ແຊັງ ແຊັກແມັງ  ແລະ ທີມຊາດຝຣັ່ງ ລວມເຖິງ ຄາຣິມ ເບນເຊມາ ຈາກ ຣຽວ ມາດຣິດ ແລະ ທີມຊາດຝຣັ່ງ.

ຫລ້າສຸດ Relovo ສື່ຊື່ດັງຈາກສະເປນ ເປີດເຜີຍວ່າ ເມສຊີ ຄືນັກເຕະທີ່ມີໂອກາດຫລາຍທີ່ຈະຄວ້າລາງວັນດັ່ງກ່າວ ທີ່ປະກາດໃນງານ The Best FIFA Men Player Awards 2022 ໃນວັນທີ 27 ກຸມພານີ້ໄປຄອງ ຫລັງສ້າງຜົນງານໃຫ້ກັບທີມອາເຈນຕີນາ ໄດ້ຢ່າງດີເດ່ັນໃນບານໂລກ 2022 ທີ່ຜ່ານມາ ດ້ວຍການຍິງໄປ 7 ປະຕູ ພ້ອມຊ່ວຍທີມຄວ້າແຊ໊ມ ບານໂລກ ສະໄຫມທີ 3 ແລະ ໄດ້ລາງວັນນັກເຕະດີເດ່ັນປະຈຳລາຍການ ຫລື ບານຄຳມານຳອີກ ຂະນະທີ່ກັບທີມ ເປແອສເຊ ດາວເຕະອາຍຸ 35 ປີກໍສະແດງຜົນງານໄດ້ໜ້າພໍໃຈໃນລະດູການນີ້ດ້ວຍການຍິງໄດ້ 16 ປະຕູ.

ສຳລັບການມອບລາງວັນດັ່ງກ່າວຈະໄດ້ຈັດຂຶ້ນໃນນະຄອນຫລວງປາຣີສ ຂອງຝຣັ່ງ ໂດຍຍັງມີລາງວັນທີ່ໜ້າສົນໃຈເຊ່ັນ : ນັກເຕະບານຍິງດີເດ່ັນ, ຜູ້ຮັກສາປະຕູຊາຍ-ຍິງດີເດ່ັນ, ຜູ້ຈັດການທີມຊາຍ-ຍິງ ດີເດ່ັນ ແລະ ລາງວັນປະຕູງາມດີເດ່ັນນຳອີກ.

- 4 - ສື່ເຜີຍ ລີໂອເນລ ເມສຊີ ມີໂອກາດຫລາຍທີ່ສຸດໃນການຄວ້າລາງວັນເຕະຊາຍດີເດ່ັນ ຟີຟາ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!