ເຈົ້າໜ້າທີ່ພາສີ ຫລັກ 36 ກວດພົບ ແລະ ຢຶດສິນຄ້າປະເພດຕູ້ເຢັນ 72 ໜ່ວຍ ທີ່ເຄື່ອນຍ້າຍບໍ່ຖືກຕ້ອງ

- 332605287 1246447176292249 5478193582483801436 n - ເຈົ້າໜ້າທີ່ພາສີ ຫລັກ 36 ກວດພົບ ແລະ ຢຶດສິນຄ້າປະເພດຕູ້ເຢັນ 72 ໜ່ວຍ ທີ່ເຄື່ອນຍ້າຍບໍ່ຖືກຕ້ອງ
- kitchen vibe - ເຈົ້າໜ້າທີ່ພາສີ ຫລັກ 36 ກວດພົບ ແລະ ຢຶດສິນຄ້າປະເພດຕູ້ເຢັນ 72 ໜ່ວຍ ທີ່ເຄື່ອນຍ້າຍບໍ່ຖືກຕ້ອງ

ວັນທີ 21 ກຸມພາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານຫລັກ 36 ໄດ້ຕິດຕາມ, ກວດກາຕາມແຫລ່ງຂ່າວຢູ່ເສັ້ນທາງ 13 ໃຕ້ເຂດບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ຈຶ່ງພົບເຫັນເປົ້າໝາຍເປັນສິນຄ້າ, ເຄື່ອງຂອງປະເພດຕູ້ເຢັນຈຳນວນ 72  ໜ່ວຍ, ທີ່ເຄື່ອນຍ້າຍເຂົ້າມານະຄອນຫລວງວຽງຈັນ, ໂດຍບໍ່ມີເອກະສານ ແລະ ເຄື່ອນຍ້າຍບໍ່ຖືກຕ້ອງ. ດັ່ງນັ້ນ, ຈຶ່ງໄດ້ນໍາເອົາສິນຄ້າດັ່ງກ່າວມອບໃຫ້ພະແນກ ພສປ ດຳເນີນການແກ້ໄຂຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.

ไม่มีคำอธิบายรูปภาพ  - 332676075 487290383618734 6996748750685180740 n - ເຈົ້າໜ້າທີ່ພາສີ ຫລັກ 36 ກວດພົບ ແລະ ຢຶດສິນຄ້າປະເພດຕູ້ເຢັນ 72 ໜ່ວຍ ທີ່ເຄື່ອນຍ້າຍບໍ່ຖືກຕ້ອງ

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ພາສີ ຫລັກ 36 ກວດພົບ ແລະ ຢຶດສິນຄ້າປະເພດຕູ້ເຢັນ 72 ໜ່ວຍ ທີ່ເຄື່ອນຍ້າຍບໍ່ຖືກຕ້ອງ

ກໍລະນີດັ່ງກ່າວ ຜູ້ກ່ຍວກະທຳຜິດຕໍ່ກົດໝາຍອາຍາ ມາດຕາ 284 ຖ້າຫາກບຸກຄົນໃດຫາກນຳເຂົ້າ ຫລື ສົ່ງອອກສິນຄ້າໂດຍບໍ່ຖືກຕ້ອງຕາມກົດໝາຍ ດ້ວຍການລັກລອບເອົາສິນຄ້າເຂົ້າ-ອອກ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສາມປີ ແລະ ຖືກປັບໃໝແຕ່ 1.000.000 ກີບ ຫາ 10.000.000 ກີບ,ໃນກໍລະນີທີ່ການກະທຳຜິດເປັນອາຈິນ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ປັບໃໝແຕ່ 3.000.000 ກີບ ຫາ 20.000.000 ກີບ.

- 3 - ເຈົ້າໜ້າທີ່ພາສີ ຫລັກ 36 ກວດພົບ ແລະ ຢຶດສິນຄ້າປະເພດຕູ້ເຢັນ 72 ໜ່ວຍ ທີ່ເຄື່ອນຍ້າຍບໍ່ຖືກຕ້ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!