WHO ເຜີຍ ກໍລະນີໄຂ້ຫວັດສັດປີກ H5N1 ຢູ່ກໍາປູເຈຍ ຈັດຢູ່ໃນກຸ່ມໄວຣັສປະຈໍາຖິ່ນ


ອົງການອະນາໄມໂລກ (WHO) ເຜີຍເຖິງກໍລະນີການພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N1 ຈໍານວນ 2 ຄົນຢູ່ກໍາປູເຈຍໃນອາທິດຜ່ານມາວ່າ: ເຊື້ອໄວຣັສທີ່ກວດພົບຈັດຢູ່ໃນກຸ່ມ 2.3.2.1c ເຊິ່ງມີລັກສະນະເປັນໄວຣັສປະຈໍາຖິ່ນ ແພ່ລະບາດພາຍໃນປະເທດ ຫລື ພື້ນທີີໜຶ່ງ ໂດຍຄ້າຍຄືເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ທີ່ແພ່ລະບາດໃນສັດປີກເຂດອາຊຽນ ນັບແຕ່ປີ 2014 ເຊິ່ງແຕກຕ່າງຈາກເຊື້ອກຸ່ມ 2.3.4.4b ທີ່ພົບການແພ່ລະບາດໃນອາເມລິກາ ແລະ ອີກຫລາຍປະເທດເຂດຕາເວັນຕົກ.
ໂດຍ WHO ຍັງລະບຸອີກວ່າ: ກໍາປູເຈຍເຄີຍລາຍງານເຖິງການແພ່ລະບາດຂອງເຊື້ອໄຂ້ຫວັດສັດປີກພາຍໃນປະເທດເປັນຄັ້ງທໍາອິດໃນເດືອນທັນວາ 2003 ກ່ອນຈະມີລາຍງານພົບຜູ້ຕິດເຊື້ອໄຂ້ຫວັດສັດປີກເສຍຊີວິດເປັນໄລຍະໆ ຈົນຮອດປີ 2014 ເຊິ່ງກໍລະນີການກວດພົບຜູ້ຕິດເຊື້ອຄົນໃໝ່ໃນຄັ້ງນີ້ ຖືເປັນການກວດພົບການຕິດເຊື້ອໄຂ້ຫວັດສັດປີກ H5N1 ໃນມະນຸດຄັ້ງທໍາອິດໃນຮອບ 9 ປີຂອງກໍາປູເຈຍ.
ໜຶ່ງໃນຜູ້ຕິດເຊື້ອໄຂ້ຫວັດສັດປີກເປັນເດັກຍິງອາຍຸ 11 ປີ ທີ່ອາໄສຢູ່ໃນແຂວງໄພຣແວງ ທາງຕອນໃຕ້ຂອງກໍາປູເຈຍ ໂດຍກວດພົບການຕິດເຊື້ອນັບແຕ່ວັນທີ 16 ກຸມພາຜ່ານມາ ກ່ອນຈະເຂົ້າຮັບການປິ່ນປົວອາການປອດອັກເສບຮຸນແຮງຢູ່ໂຮງໝໍເດັກແຫ່ງຊາດ ແລະ ເສຍຊີວິດໃນວັນທີ 22 ກຸມພາ.
ເບື້ອງຕົ້ນມີການກວດຫາການຕິດເຊື້ອໄຂ້ຫວັດສັດປີກ H5N1 ໃນຜູ້ໃກ້ຊິດເດັກຍິງຄົນດັ່ງກ່າວທັງໝົດ 12 ຄົນ ເຊິ່ງໃນຈໍານວນນີ້ 8 ຄົນບໍ່ມີອາການໃດໆ, ຂະນະທີ່ອີກ 4 ຄົນມີອາການສົງໄສ ໂດຍພົບວ່າພໍ່ຂອງເດັກຍິງຄົນນີ້ກວດພົບການຕິດເຊື້ອໄຂ້ຫວັດສັດປີກ ແຕ່ບໍ່ມີການສະແດງອາການໃດໆ ອີກທັງຍັງບໍ່ຮູ້ແນ່ນອນວ່າຕິດເຊື້ອດ້ວຍວິທີໃດ. ຂະນະທີ່ອີກ 1 ຄົນທີ່ເຫລືອ ມີຜົນກວດຫາການຕິດເຊື້ອໄວຣັສ H5N1 ແລະ SARA-CoV-2 ເປັນລົບ ບໍ່ພົບການຕິດເຊື້ອແຕ່ຢ່າງໃດ.
WHO ເຜີຍວ່າ: ນັບແຕ່ປີ 2003 ຈົນຮອດວັນທີ 25 ກຸມພາ 2023 ກໍາປູເຈຍລາຍງານການກວດພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N1 ທັງໝົດ 58 ຄົນ, ເສຍຊີວິດ 38 ຄົນ ຄິດເປັນ 66% ຂອງຜູ້ຕິດເຊື້ອທີ່ກວດພົບທັງໝົດ ໂດຍຜູ້ຕິດເຊື້ອ 9 ຄົນ ແລະ ເສຍຊີວິດ 7 ຄົນ ເກີດຂຶ້ນໃນປີ 2003-2009. ຂະນະທີ່ຜູ້ຕິດເຊື້ອ 47 ຄົນ ແລະ ເສຍຊີວິດ 30 ຄົນ ເກີດຂຶ້ນໃນປີ 2010-2014, ສ່ວນສະຖິຕິຜູ້ຕິດເຊື້ອໄຂ້ຫວັດສັດປີກທົ່ວໂລກມີ 873 ຄົນ ໃນຈໍານວນນີ້ເສຍຊີວິດ 458 ຄົນ ພົບການລາຍງານໃນ 21 ປະເທດ.
ໂດຍ WHO ຄາດຄະເນວ່າ: ການກວດພົບການຕິດເຊື້ອໄຂ້ຫວັດສັດປີກໃນສັດປີກມີທ່າອ່ຽງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຈຶ່ງອາດເຮັດໃຫ້ພົບການຕິດເຊື້ອໃນມະນຸດເພີ່ມຂຶ້ນອີກໃນອະນາຄົດ. ອີກທັງໃນປັດຈຸບັນຍັງບໍ່ມີວັກຊີນປ້ອງກັນພະຍາດໄຂ້ຫວັດສັດປີກໃນມະນຸດທີ່ສາມາດໃຊ້ໄດ້ຢ່າງແພ່ຫລາຍ, WHO ຈຶ່ງແນະນຳໃຫ້ທຸກຄົນທີ່ເຮັດວຽກກ່ຽວຂ້ອງກັບນົກ ຫລື ສັດປີກ ຄວນເຂົ້າຮັບການສັກວັກຊີນໄຂ້ຫວັດໃຫຍ່ຕາມລະດູການ ເພື່ອຫລຸດຄວາມສ່ຽງຖ້າຕິດເຊື້ອຫວັດ.
ອ້າງອີງ:
https://www.who.int/…/disease-outbreak…/item/2023-DON445#