ບໍ່ມີພິກລັອກ, ເມສຊີ ຄວ້າລາງວັນນັກເຕະດີເດ່ັນແຫ່ງປີ 2022

ລີໂອເນລ ເມສຊີ ໄດ້ຮັບເລືອກໃຫ້ຄວ້າລາງວັນນັກເຕະຊາຍດີເດັ່ນໃນງານ The Best FIFA Awards 2022 ຂະນະທີ່ຜູ້ຈັດການທີມ ແລະ ຜູ້ຮັກສາປະຕູດີເດ່ັນກໍເປັນຂອງອາເຈນຕີນາເຊ່ັນດຽວກັນ.
ລີໂອເນລ ເມສຊີ ຊຸບເປີສະຕາທີມຊາດອາເຈນຕີນາ ເຊິ່ງຕອນນີ້ຫລິ້ນໃຫ້ກັບ ປາຣີສ ແຊັງ ແຊັກແມັງ ທີມແຫ່ງລີກ ເອິງ ຝຣັ່ງ ຄວ້າລາງວັນນັກເຕະຊາຍດີເດ່ັນແຫ່ງປີ ໃນງານປະກາດລາງວັນ The Best FIFA Award 2022 ເມື່ອວັນທີ 27 ກຸມພາຜ່ານມາ.
ໂດຍຜົນງານໂດດເດ່ັນຂອງ ເມສຊີ ໃນປີ 2022 ທີ່ຜ່ານມາ ກໍຄືການນຳທີມຊາດອາເຈນຕີນາຄວ້າແຊ໊ມ ບານໂລກ 2022 ແລະ ລາວຄວ້າລາງວັນນັກເຕະດີເດ່ັນແຫ່ງລາຍການໄປຄອງນຳອີກ.
ປີນີ້ ເມສຊີ ເອົາຊະນະອັນດັບ 2 ຄີລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ຫມູ່ຮ່ວມສັງກັດ ເປແອສເຊ ແລະ ອັນດັບ 3 ຄາຣິມ ເບນເຊມາ ກອງໜ້າທີມຊາດຝຣັ່ງອີກຫນຶ່ງຄົນ ເຊິ່ງຫລິ້ນຢູ່ກັບ ຣຽວ ມາດຣິດ ໃນ ລາ ລີກາ ສະເປນ.
ເມສຊີ ທີ່ໄດ້ລາງວັນີ້ຄັ້ງທີ 2 ຕໍ່ຈາກເມື່ອປີ 2019 ກ່າວວ່າ : “ ມັນຊ່າງມະຫັດສະຈັນ ມັນເປັນປີທີ່ດີຫລາຍ ເປັນກຽດທີ່ຂ້ອຍໄດ້ມາຢູ່ບ່ອນນີ້ ແລະ ຄວ້າລາງວັນ ຂ້ອຍບັນລຸຝັນທີ່ເຝົ້າມາເປັນເວລາດົນນານ ຈະມີຈັກຄົນທີ່ຈະປະສົບຄວາມສຳເລັດໄດ້ແບບນີ້ ແລະ ຂ້ອຍໂຊກດີທີ່ເຮັດໄດ້ແບບນັ້ນ ”.
ຂະນະທີ່ ລີໂອເນລ ສະກາໂລນີ ຜູ້ຈັດການທີມຊາດອາເຈນຕີນາ ໄດ້ຮັບລາງວັນຜູ້ຝຶກສອນທີມຊາດດີເດັ່ນໄປຄອງ ໂດຍເອົາຊະນະອັນດັບ 2 ຄາໂລ ອັນເຊລັອດຕິ ຂອງ ຣຽວ ມາດຣິດ ແລະ ອັນດັບ 3 ເປບ ກວາດີໂອລາ ຜູ້ຈັດການທີມແມນເຊສເຕີ ຊິຕີ ແຫ່ງພຣີເມຍລີກ ອັງກິດ.
ສ່ວນລາງວັນຜູ້ຮັກສາປະຕູຊາຍດີເດ່ັນກໍເປັນຂອງດາວເຕະທີມຊາດອາເຈນຕີນາເຊັ່ນດຽວກັນ ເອມີເລຍໂນ ມາຕີເນສ ເຊິ່ງຕອນນີ້ຫລິ້ນໃຫ້ກັບ ແອສຕັນ ວິລລາ ໃນພຣີເມຍລີກ ອັງກິດ ໄດ້ໄປຄອງ.