ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ

- IMG 663 - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ
- kitchen vibe - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ຢູ່ໂຮງຮຽນມັດທະຍົມສົມບູນໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ, ພ້ອມທັງສະໜອງອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນດັ່ງກ່າວ ເພື່ອສົ່ງເສີມການສຶກສາຂອງນັກຮຽນ ແລະ ຄູອາຈານແຂວງຈຳປາສັກ, ທັງເປັນການປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ.

ພິທີເຊັນສັນຍາໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 24 ກຸມພາ 2023 ທີ່ນະຄອນຫວງວຽງຈັນ, ໂດຍຮ່ວມລົງນາມ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມເປັນສັກຂີພິຍານ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ
- Visit Laos Visit SALANA BOUTIQUE HOTEL - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ

- IMG 665 - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ກ່າວວ່າ: ການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້ຈະເປັນການປະກອບສ່ວນເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໂດຍສະເພາະແມ່ນວຽກງານການສຶກສາຂອງເມືອງສຸຂຸມາ. ໃນຫລາຍປີຜ່ານມາ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອໃນຫລາຍດ້ານໃຫ້ແກ່ແຂວງຈຳປາສັກ ເຊັ່ນ: ການກໍ່ສ້າງຕຶກປິ່ນປົວຄົນເຈັບ, ໂຮງໝໍແຂວງ ແລະ ໂຮງຮຽນຕ່າງໆ ເຊິ່ງສິ່ງດັ່ງກ່າວໄດ້ສົ່ງເສີມໃຫ້ແກ່ການຍົກລະດັບໂຄງລ່າງພື້ນຖານ ແລະ ຍັງເປັນການເພີ່ມໂອກາດໃນການເຂົ້າສຶກສາຮ່ຳຮຽນຂອງເດັກ ນ້ອຍ ທີ່ດ້ອຍໂອກາດ ອີກດ້ວຍ.

ທ່ານ ໂຄບະຢະຊິ ເຄັນອິຈິ ກ່າວຕື່ມວ່າ: ໂຄງການຊ່ວຍເຫລືອດັ່ງກ່າວ, ຈະຊ່ວຍໃຫ້ສະພາບແວດລ້ອມ ການສຶກສາຮ່ຳຮຽນຂອງນັກຮຽນ ແລະ ການສິດສອນຄູອາຈານໄດ້ຮັບການແກ້ໄຂ ພ້ອມທັງເປັນການຮັກສາ ແລະ ຍົກລະດັບສະພາບສຸຂະອານະໄມຂອງໂຮງຮຽນອີກເຊັ່ນກັນ. ເຊິ່ງໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ສະໜັບສະໜູນແຂວງຈຳປາສັກ ໃນດ້ານການສຶກສາ, ສາທາລະນະສຸກ ແລະ ໂຄງລ່າງພື້ນຖານຕ່າງໆ ລວມເປັນມູນຄ່າຫລາຍກວ່າ 780.000 ໂດລາສະຫະລັດ. ພ້ອມກັນນີ້, ປະເທດຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

 

- 3 - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ
- 5 - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ
- 4 - ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຢູ່ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ