ຍີ່ປຸ່ນ ມອບລົດເມ 52 ຄັນ ໃຫ້ ສປປ ລາວ ລວມມູນຄ່າປະມານ 3.7 ລ້ານໂດລາ ເພື່ອສົ່ງເສີມ-ປັບປຸງຂົນສົ່ງສາທາລະນະ

- IMG 113 - ຍີ່ປຸ່ນ ມອບລົດເມ 52 ຄັນ ໃຫ້ ສປປ ລາວ ລວມມູນຄ່າປະມານ 3.7 ລ້ານໂດລາ ເພື່ອສົ່ງເສີມ-ປັບປຸງຂົນສົ່ງສາທາລະນະ
- kitchen vibe - ຍີ່ປຸ່ນ ມອບລົດເມ 52 ຄັນ ໃຫ້ ສປປ ລາວ ລວມມູນຄ່າປະມານ 3.7 ລ້ານໂດລາ ເພື່ອສົ່ງເສີມ-ປັບປຸງຂົນສົ່ງສາທາລະນະ

ລັດຖະບານຍີ່ປຸ່ນ ມອບລົດເມ 52 ຄັນ ພ້ອມອຸປະກອນສ້ອມແປງ, ອາໄຫລ່ລົດ, ເຄື່ອງຈຳລອງການຂັບຂີ່ ແລະ ອື່ນໆ ໃຫ້ແກ່ ສປປ ລາວ ໂດຍການຊ່ວຍເຫລືອລ້າລວມມູນຄ່າປະມານ 3.7 ລ້ານໂດລາສະຫະລັດ. ໃຫ້ແກ່ ສປປ ລາວ ເພື່ອສົ່ງເສີມ-ປັບປຸງວຽກງານການສ້າງຄວາມເຂັ້ມແຂງດ້ານການຂົນສົ່ງສາທາລະນະ ແລະ ຍົກລະດັບຄຸນະພາບລົະບົບຂົນສົ່ງໃນນະຄອນຫລວງວຽງຈັນຜ່ານການສ້າງລະບົບຂົນສົ່ງທີ່ມີລາຄາປະຢັດ, ປອດໄພ ແລະ ອຸ່ນໃຈ.

ພິມີມອບ-ຮັບ ລົດເມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2023 ຜ່ານມາ, ໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຮ່ວມເປັນປະທານ.

ລົດເມທີ່ສະໜອງໃນຄັ້ງນີ້ມີຂະໜາດນ້ອຍກວ່າລົດເມທີ່ລັດຖະບານຍີ່ປຸ່ນເຄີຍສະໜອງໃຫ້ 5 ແມັດ, ເຮັດໃຫ້ສາມາດລ້ຽວໃນວົງແຄບ, ທັງຍັງສາມາດແລ່ນຜ່ານຫົນທາງທີ່ແຄບ ແລະ ມີໂຄ້ງກະທັນຫັນໄດ້. ເຊິ່ງຈະສົ່ງຜົນໃຫ້ການຂັບຂີ່ສະດວກສະບາຍຍິ່ງຂຶ້ນ ແລະ ຍັງສາມາດເປີດເສັ້ນທາງໃໝ່ໄດ້. ນອກຈາກນີ້, ການນຳໃຊ້ລົດເມສາທາລະນະຍັງສົ່ງຜົນເຖິງການຫລຸດຜ່ອນມົນລະພິດ ແລະ ບັນຫາສຸຂະພາບ ໂດຍຜ່ານການຫລຸດການປ່ອຍອາຍພິດຈາກຜູ້ຂັບຂີ່ພາຫະນະ. ພ້ອມທັງເປັນການຫລຸດຜ່ອນການປ່ອຍກ໊າສກາກບອນນິກທີ່ເປັນປັດໄຈຂອງການເກີດໂລກຮ້ອນໄດ້ອີກດ້ວຍ.

 

- 3 - ຍີ່ປຸ່ນ ມອບລົດເມ 52 ຄັນ ໃຫ້ ສປປ ລາວ ລວມມູນຄ່າປະມານ 3.7 ລ້ານໂດລາ ເພື່ອສົ່ງເສີມ-ປັບປຸງຂົນສົ່ງສາທາລະນະ
- 5 - ຍີ່ປຸ່ນ ມອບລົດເມ 52 ຄັນ ໃຫ້ ສປປ ລາວ ລວມມູນຄ່າປະມານ 3.7 ລ້ານໂດລາ ເພື່ອສົ່ງເສີມ-ປັບປຸງຂົນສົ່ງສາທາລະນະ
- 4 - ຍີ່ປຸ່ນ ມອບລົດເມ 52 ຄັນ ໃຫ້ ສປປ ລາວ ລວມມູນຄ່າປະມານ 3.7 ລ້ານໂດລາ ເພື່ອສົ່ງເສີມ-ປັບປຸງຂົນສົ່ງສາທາລະນະ