ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5

ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 -                                                                  - ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5
ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 - kitchen vibe - ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5
ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດ(ສປຊ)ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ນະຄອນຫຼວງໂດຮາ ປະເທດກາຕາ,ໃນວັນທີ 6ມີນາ 2023ຊຶ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ: ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດທະນາ ໃນທົດສະຫວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດດ້ອຍພັດທະນາ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຫຼາຍກວ່າປະເທດອື່ນໆ ຈາກການລະບາດຂອງພະຍາດໂຄວິດ-19 ກໍຄືວິກິດການດ້ານຕ່າງໆຊຶ່ງໄດ້ຊໍ້າເຕີມຄວາມບອບບາງທາງດ້ານໂຄງສ້າງ, ຂີດຄວາມສາມາດດ້ານການຜະລິດທີ່ຈຳກັດ ແລະ ຄວາມທຸກຍາກທີ່ມີຢູ່ແລ້ວຕື່ມອີກ. ການຮັບຮອງເອົາແຜນດໍາເນີນງານໂດຮາ ວ່າດ້ວຍປະເທດດ້ອຍພັດທະນາແມ່ນເປັນຂີດໝາຍທີ່ສຳຄັນສຳລັບວົງຄະນາຍາດສາກົນໃນການຊ່ວຍເຫຼືອປະເທດດ້ອຍພັດທະນາໃຫ້ຟື້ນຟູໂດຍໄວຈາກຜົນກະທົບຂອງພະຍາດໂຄວິດ-19, ສ້າງຄວາມເຂັ້ມແຂງທົນທານຕໍ່ກັບວິກິດການທີ່ອາດຈະເກີດຂຶ້ນໃນອະນາຄົດ, ລຶບລ້າງຄວາມທຸກຍາກ ແລະ ບັນລຸການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ.
ຕໍ່ບັນຫາດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນຕ້ອງເພີ່ມທະວີຄວາມພະຍາຍາມໃນການປະຕິບັດຕາມຄໍາໝາຍໝັ້ນທີ່ໃຫ້ໄວ້ ໃນແຜນດຳເນີນງານໂດຮາໃຫ້ທັນການ, ມີປະສິດທິຜົນ ແລະ ເປັນຮູບປະທໍາແລະ ໃຫ້ມີມາດຕະການສະໜັບສະໜູນຈາກສາກົນໃຫ້ຫຼາຍກວ່າເກົ່າ ພ້ອມທັງຮັດແໜ້ນການເປັນຄູ່ຮ່ວມມື ເພື່ອໃຫ້ປະເທດດ້ອຍພັດທະນາສາມາດຫັນປ່ຽນທ່າແຮງຂອງປະເທດ ໃຫ້ກາຍເປັນຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາໄປພ້ອມກັນກັບນາໆປະເທດ.
ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ພ້ອມທັງໄດ້ຮຽກຮ້ອງສາກົນສືບຕໍ່ການຮ່ວມມື, ສະໜັບສະໜູນໃນໄລຍະການຂ້າມຜ່ານ ແລະ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ.
ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ອອດສະກາ ເຟີແນນເດສ-ທາຣັນໂກຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ ທີ່ຮັບຜິດຊອບການປະສານງານດ້ານການພັດທະນາ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງ ອົງການ ສປຊ ໂດຍສະເພາະຫ້ອງການຜູ້ປະສານງານ ອົງການ ສປຊປະຈຳປະເທດ ເພື່ອຊ່ວຍປະສານງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງບັນດາອົງການເຄື່ອຂ່າຍ ສປຊ ໃຫ້ມີຄວາມກົມກຽວ ມີປະສິດທິພາບ ແລະສອດຄ່ອງກັບບຸລິມະສິດດ້ານການພັດທະນາຂອງລັດຖະບານລວມທັງການສະໜັບສະໜູນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ
ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 - 4 - ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!