ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ

ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - IMG 126 1 - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ
ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - kitchen vibe - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ

ວັນທີ 6 ມີນາ 2023, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ລົງພົບປະ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ ນາຍ ແລະ ພົນຕຳຫລວດ ຢູ່ສະໂມສອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ.

ໂອກາດນີ້ ທ່ານ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຍາດມາໄດ້ໃນໄລຍະຜ່ານມາຂອງກໍາລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ທີ່ເອົາໃຈໃສ່ເຮັດໜ້າທີ່ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນໃຫ້ນະຄອນຫລວງວຽງຈັນ ເປັນເມືອງທີ່ໜ້າຢູ່, ຊຸກຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ດຳເນີນໄປຖືກຕາມທິດ ແລະ ຈຸດໝາຍ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ໄດ້ຮັບໝາກຜົນສຳເລັດ.

ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - Visit Laos Visit SALANA BOUTIQUE HOTEL - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ
ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - Visit Laos Visit SALANA BOUTIQUE HOTEL - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ

ພ້ອມທັງເນັ້ນໃຫ້ ນາຍ ແລະ ພົນຕຳຫລວດ ຈົ່ງເພີ່ມທະວີບົດບາດການນຳພາຂອງພັກ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງກໍາລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໃຫ້ມີປະສິດທິພາບ ແລະປະສິດທິຜົນ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ຕ້ອງເອົາໃຈໃສ່ການນຳພາວຽກງານແຕ່ລະດ້ານ ຢ່າງໃກ້ຊິດ ໂດຍສະເພາະການປະຕິບັດໜ້າທີ່ວຽກງານ ຕົ້ນຕໍແມ່ນການດຳເນີນຄະດີອາຍາ, ການສືບສວນ-ສອບສວນ, ການນຳໃຊ້ມາດຕະການປ້ອງກັນ-ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕ້ອງມີຄວາມໂປ່ງໃສ, ຍຸຕິທຳ ຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ກຽມພ້ອມສູ້ຮົບທຸກເວລາເມື່ອມີສະພາບເກີດຂຶ້ນ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ ນາຍ ແລະ ພົນຕຳຫລວດ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຈົ່ງຮັກພັກດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ຖືເອົາຜົນປະໂຫຍດສ່ວນລວມ ສູງກວ່າຜົນປະໂຫຍດສ່ວນຕົວ; ສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການຊ່ວຍເຫລືອປະຊາຊົນ, ຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ແກ້ໄຂທັດສະນະ, ແນວຄິດຂີ້ຄ້ານມັກງ່າຍ, ຕ້ອງໝັ່ນສະແຫວງຫາຄົ້ນຄວ້າຮ່ຳຮຽນ, ປະຕິບັດມີລະບຽບວິໄນຂອງກໍາລັງຢ່າງເອົາຈິງເອົາຈັງ ເພື່ອຕອບຕ້ານ, ສະກັດກັ້ນ ແລະ ກຳຈັດປັດເປົ່າພະຍາດອາດຍາສິດ, ເອກະຊົນ ໃນຖັນແຖວກຳລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ; ເພີ່ມທະວີຄວາມເປັນເອກະພາບສູງ, ລວມສູນປະຊາທິປະໄຕ ເປັນໝູ່ຄະນະ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງໜັກແໜ້ນ; ສືບຕໍ່ການພົວພັນຮອບດ້ານກັບບັນດາປະເທດເພື່ອນມິດຍຸດທະສາດ ເພື່ອພັດທະນາກຳລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໃຫ້ກາຍເປັນກໍາລັງທີ່ເຕີບໃຫຍ່ເຂັ້ມແຂງ, ມີລະບຽບແບບແຜນ ແລະກ້າວໜ້າທັນສະໄໝຂຶ້ນໄປເລື້ອຍໆ.

ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - 3 - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ
ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - 4 - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ
ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ - 5 - ປະທານສະພາແຫ່ງຊາດ ເນັ້ນໃຫ້ນາຍ ແລະ ພົນຕຳຫລວດ ປກສ ນວເພີ່ມທະວີເອົາໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ