7 ໂຄງການຂຸດຄົ້ນແຮ່ທາດ ຂອງແຂວງໄຊສົມບູນ

ວັນທີ 7 ມີນາ 2023 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພ້ອມດ້ວຍຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາພະແນກການອ້ອມຂ້າງແຂວງ, ການນຳເມືອງທັງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນະລົງສອນ ຈັນທະບຸນລີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ພາຍໃນ 10 ເດືອນ ທີ່ຜ່ານມາ ວຽກງານການຄຸ້ມຄອງບໍ່ແຮ່ ແມ່ນໄດ້ຕິດຕາມ, ກວດກາ ແລະ ສົ່ງເສີມການຂຸດຄົ້ນ, ປຸງແຕ່ງ ແລະ ຈຳໜ່າຍແຮ່ທາດຂອງບັນດາບໍລິສັດທົ່ວແຂວງ ໃນນັ້ນມີ:
1. ໂຄງການຂຸດຄົ້ນ ແຮ່ທອງເຂັ້ມຂຸ້ນສາມາດປະຕິບັດໄດ້ 10 ລ້ານກວ່າ ໂຕນ/ປີ,
2. ໂຄງການຂຸດຄົ້ນ ແຮ່ຄຳ-ເງິນ ປະຕິບັດໄດ້ 5 ລ້ານກວ່າ ໂຕນ/ປີ ຜະລິດແຮ່ໂລຫະປະສົມຄຳ-ເງິນ ກ່ອນເຂົ້າຫລອມໄດ້ 19 ລ້ານກວ່າກລາມ,
3. ໂຄງການຂຸດຄົ້ນແຮ່ເຫລັກ ໄດ້ສົ່ງອອກຈຳນວນ 72.652 ຖ້ຽວ,
4. ໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນສາມາດຜະລິດໄດ້ທັງໝົດ 36 ພັນກວ່າກລາມ,
5. ໂຄງການຂຸດຄົ້ນຫີນຜາ ສາມາດຜະລິດໄດ້ທັງໝົດ 2.058 ແມັດກ້ອນ/ປີ ມູນຄ່າການຜະລິດທັງໝົດ 102 ລ້ານກວ່າກີບ,
6. ໂຄງການຂຸດຄົ້ນແຮ່ຫີນກວັສ ສາມາດຂົນສົ່ງອອກ 234 ຖ້ຽວ,
7. ໂຄງການຂຸດຄົ້ນດິນແດງ ແມ່ນຍັງບໍ່ມີການເຄື່ອນໄຫວ.
ນອກນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນປະກອບຄຳຄິດ-ຄຳເຫັນ ເພື່ອພ້ອມການຄົ້ນຄວ້າ ແລະ ຊອກຫາວິທີການປັບປຸງ, ແກ້ໄຂ ໃຫ້ວຽກງານພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຮັບຜົນດີຂຶ້ນໃນຕໍ່ໜ້າ.