ຈະພັດທະນາ ສ້າງສິ່ງອຳນວຍ ແຫລ່ງທ່ອງທ່ຽວ ຜາສາດເຮືອນຫີນ ເພື່ອດຶງດູດນັກທ່ອງທ່ຽວ

ວັນທີ 8 ມີນາ 2023 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ແລະ ພະແນກການກ່ຽວຂ້ອງຂອງແຂວງ ລົງເຄືອນໄຫວຕິດຕາມ-ຊຸກຍູ້ແຫລ່ງທ່ອງທ່ຽວ ຢູ່ເມືອງໄຊພູທອງ ໂດຍການຮັບຂອງ ທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ພ້ອມຄະນະນໍາຂອງເມືອງ ແລະ ພໍ່ແມ່ປະຊາຊົນບ້ານເຮືອນຫີນ ແລະ ບ້ານໂພນທາດ ເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ທ່ານເຈົ້າແຂວງສະຫວັນນເຂດ ໄດ້ຮັບຟັງການລາຍງານຈາກເຈົ້າເມືອງ ໄຊພູທອງ ກ່ຽວກັບແຜນຈະພັດທະນາແຫລ່ງທ່ອງທ່ຽວຜາສາດເຮືອນຫີນ ໂດຍສັງເຂບ, ແຫລ່ງທ່ອງທ່ຽວຜາສາດເຮືອນຫີນ ເປັນອີກແຫລ່ງທ່ອງທ່ຽວໜຶ່ງ ທີ່ສໍາຄັນທາງດ້ານປະຫວັດສາດຖັດຈາກວັດພູຈໍາປາສັກ ທີ່ມີລັກສະນະຄ້າຍຄືກັນ. ເພື່ອຈະມີແຜນພັດທະນາໃນຕໍ່ໜ້າ ແລະ ຈະໄດ້ປະກອບສ່ວນເອົາໃຈໃສ່ພັດທະນາໃຫ້ມີຄວາມດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເຂົ້າມາໃຫ້ຫລາຍຂຶ້ນ ເປັນຕົ້ນ ເສັ້ນທາງເຂົ້າຫາລ່ງທ່ອງທ່ຽວຜາສາດເຮືອນຫີນ. ພ້ອມກັນນີ້, ຢູ່ບໍລິເວນຜາສາເຮືອນຫີນ ຕ້ອງມີສິ່ງອໍານວຍຄວາມສະດວກໄວ້ຮອງຮັບນັກທ່ອງທ່ຽວເຊັ່ນ: ຮ້ານອາຫານ, ປັບປຸງສະຖານທີ່ຂອບເຂດກັນຊົນ,ຈັນສັນບ່ອນຝາກລົດ, ຈັດສັນບ່ອນຂ່າຍເຄື່ອງທີ່ລະລຶກ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບ່ອນອື່ນໆ.
ທ່ານເຈົ້າແຂວງສະຫວັນນເຂດ ເນັ້ນໃຫ້ການນໍາຂອງເມືອງໄຊພູທອງເອົາໃຈ ໃສ່ກັບປະຊາຊົນຢູ່ດອນສະໂນດ, ຂຶ້ນແຜນສ້າງບັກນ້ອຍຂ້າມນໍ້າ ໃຫ້ປະຊາຊົນບ້ານດອນສະໂນດ ເພື່ອໃຫ້ປະຊາຊົນທີ່ຢູ່ໃນດອນ ໄດ້ມີຄວາມສະດວກໃນການໄປພາຍໃນບ້ານ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກຮຽນທີ່ມາຂ້າມມາເຂົ້າໂຮງຮຽນ. ຈາກນັ້ນ, ເຈົ້າແຂວງສະຫວັນນເຂດ ກໍໄດ້ໄປເບິ່ງແຫລ່ງທ່ອງທ່ຽວທາງດ້ານວັດທະນະທໍາ ຢູ່ບ້ານໂພ່ນທາດ ແລະ ກາບໄຫວສັກກາລະບູຊາ ທີ່ເປັນແຫລ່ງທ່ອງທ່ຽວທີ່ສໍາຄັນ ພາຍໃນເມືອງໄຊພູທອງ ແຫ່ງໜຶ່ງທີ່ມີລາຍຮັບຈາກການມາທ່ອງທ່ຽວຫລາຍສົມຄວນ ໃນແຕ່ລະເດືອນ. ພ້ອມນີ້, ທ່ານເຈົ້າແຂວງສະຫວັນນເຂດ ກໍໄດ້ໂອ້ລົມ ແລະ ແນະນໍາການນໍາຂອງເມືອງ, ອໍານາດການປົກຄອງບ້ານໂພນທາດ ເອົາໃຈໃສ່ໃນການພັດທະນາແຫລ່ງທ່ອງທ່ຽວພະທາດໂພ່ນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃນການຈັດສັນຕະຫລາດ, ການຂາຍເຄື່ອງທີ່ລະລຶກທີ່ເປັນເອກະລັກ,ແລະ ຮ້ານອາຫານ, ສະຖານທີ່ຝາກລົດ ທີ່ສາມາດຮອງຮັບນັກທ່ອງທ່ຽວ ເຂົ້າມາໃຫ້ມີຄວາມສະດວກຂຶ້ນກວ່າເກົ່າ.