10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ.

10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ. - Fin Planing for Mom 628x443 - 10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ.
10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ. - kitchen vibe - 10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ.

ແມ່ຍິງໃນປັດຈຸບັນນີ້ມີຄວາມສາມາດ, ມີຄວາມໝັ້ນໃຈໃນຕົວເອງຫລາຍຂຶ້ນ ແລະ ສິ່ງສຳຄັນ ນາງມີຄວາມສາມາດທີ່ພໍ່ດ້ອຍໄປກ່ວາຜູ້ຊາຍເລີຍ ແລະ ຕໍ່ໄປນີ້ແມ່ນອຸປະນິໄສຂອງບັນດາແມ່ຍິງເກັ່ງທີ່ສາມາດເປັນຜູ້ນຳຄອບຄົວໄດ້ :

  1. ນາງບໍ່ເມົາແຕ່ແນມຫາ ຫລື ຈົມຢູ່ກັບຄວາມຮັກ : ແມ່ຍິງທີ່ເປັນທີ່ຕ້ອງການຂອງຜູ້ຊາຍ ບໍ່ຈຳເປັນວ່າຈະຕ້ອງງາມຄືກັບນາງຟ້າສະເໝີໄປ ພຽງແຕ່ເປັນຄົນທີ່ມີສະເໜ່ທຳມະດາ ແລະ ມີບຸກຄະລິກກະພາບທີ່ດີກໍພໍແລ້ວ.
  2. ສົ່ງເສີມແມ່ຍິງຄົນອື່ນໆໃຫ້ກ້າວໜ້າ : ແມ່ຍິງທີ່ເກັ່ງແທ້ຈະບໍ່ເມົາແຕ່ອິດສາແມ່ຍິງຄົນອື່ນ, ນາງບໍ່ຢ້ານວ່າໃຜຈະມາກ້າວໜ້າເກີນຕົນເອງ, ແຕ່ກົງກັນຂ້າມ ນາງຈະສົ່ງເສີມແທນການອິດສາ.
  3. ນາງຈະເຫັນວ່າທຸກວິນາທີນັ້ນມີຄ່າຫລາຍ : ບໍລິຫານວຽກແບບວິນາທີ ບໍ່ແມ່ນແບບຊົ່ວໂມງ, ວາງແຜນການເຮັດວຽກລ່ວງໜ້າຢ່າງໜ້ອຍ 1 ວັນ ແລະ ນາງຈະມີເປົ້າໝາຍໄລຍະຍາວໄປຈົນເຖິງໝົດປີ.
  4. ບໍ່ຍອມໃຫ້ໃຜເບິ່ງວ່ານາງອ່ອນແອງ່າຍໆ : ນາງຈະບໍ່ຍອມໃຊ້ຄວາມເປັນແມ່ຍິງສ້າງຂໍ້ໄດ້ປຽບ, ແຕ່ພວກນາງຈະຄ່ອຍໆເຮັດທຸກໆຢ່າງໃຫ້ເທົ່າກັບຄົນອື່ນ.
  5. ເຮັດວຽກໜັກກ່ວາຄົນອື່ນ : ຄຳວ່າເຮັດວຽກໜັກບໍ່ຈຳເປັນວ່າຈະຕ້ອງອົດຫລັບອົດນອນເພື່ອສະແດງອອກວ່າເຮັດວຽກໜັກ, ແຕ່ຈະເຮັດວຽກຢ່າງຊານສະຫລາດ ແລະ ມີໄຫວພິບ.
  6. ໝັ່ນພັດທະນາຄວາມສາມາດ ແລະ ເພີ່ມຂີດຄວາມສາມາດຢູ່ສະເໝີ : ແມ່ຍິງທີ່ເກັ່ງ ນາງມີຄວາມສາມາດທີ່ບໍ່ດ້ອຍກ່ວາໃຜເລີຍ, ແຕ່ຄວາມສາມາດທີ່ຈະໄດ້ມານັ້ນ ຕ້ອງຜ່ານການຝຶກຝົນທັກສະມາແລ້ວ.
  7. ຫາເງິນເກັ່ງ ແລະ ບໍລິຫານເງິນເກັ່ງເຊັ່ນດຽວກັນ : ພວກນາງມັກຈະໃຫ້ຄວາມສຳຄັນກັບລາຍໄດ້ ແລະ ຫລຸດລາຍຈ່າຍທີ່ບໍ່ຈຳເປັນລົງໄປ, ເອົາເງິນໄປລົງທຶນກັບສິ່ງທີ່ມີປະໂຫຍດ ແລະ ບໍ່ໃຊ້ຈ່າຍເງິນຟຸມເຟືອຍໄປກັບສິ່ງທີ່ບໍ່ຈຳເປັນ.
  8. ໃຫ້ຄວາມສຳຄັນ ແລະ ຮັກຄອບຄົວຂອງຕົນເອງ : ຈັດສັນເວລາໃຫ້ກັບວຽກ ແລະ ຄອບຄົວຢ່າງບໍ່ເສຍຄວາມດຸ່ນດ່ຽງແມ່ນແຕ່ໜ້ອຍ ທັງນີ້ຄົງບໍ່ມີປະໂຫຍດຫາກກ້າວໜ້າໃນວຽກງານ, ແຕ່ຄອບຄົວແຕກແຍກ.
  9. ນາງມີຄວາມເປັນຜູ້ນຳອ່າວສູງ : ຫາກມີລູກນ້ອງເປັນຜູ້ຊາຍ ຍິ່ງຕ້ອງສະແດງຄວາມສາມາດໃຫ້ເຂົາຍອມຮັບໃນຕົວເຮົາ, ອາດຈະຕ້ອງເຮັດວຽກໜັກກ່ວາເຂົາ ເພື່ອໃຫ້ເຂົາເຫັນວ່າເຮົາເປັນຜູ້ນຳເຂົາໄດ້.
  10. ມີຄວາມໝັ້ນໃຈໃນຕົວເອງອ່າວສູງ : ແມ່ຍິງທີ່ປະສົບຄວາມສຳເລັດ ນາງລ້ວນແຕ່ມີສິ່ງໜຶ່ງທີ່ຄືກັນ ນັ້ນແມ່ນຄວາມໝັ້ນໃຈໃນຕົວເອງ, ການສະແດງອອກທັງທາງກິລິຍາ ແລະ ທ່າທາງລ້ວນແຕ່ຈະແຈ້ງຊັດເຈນ.
10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ. - 3 - 10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ.
10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ. - Visit Laos Visit SALANA BOUTIQUE HOTEL - 10 ລັກສະນະພິເສດຂອງແມ່ຍິງເກັ່ງ ທີ່ສາມາດເປັນຜູ້ນຳຄອບຄົວໄດ້ສະບາຍໆ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!