ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່

ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່ - R17BjBoNRFYD8aOtKwpf - ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່
ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່ - kitchen vibe - ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່

ສໍານັກຂ່າວກາງເກົາຫລີ (KCNA) ລາຍງານວ່າ: ກອງທັບ ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດ (Strategic Cruise Missile) ຈໍານວນ 2 ລູກ ຈາກເຮືອດໍານໍ້າ 8,24 Yongung ບໍລິເວນທະເລນອກຊາຍຝັ່ງຕາເວັນອອກຂອງເກົາຫລີ ໃນວັນທີ 12 ມີນາ ກ່ອນການຊ້ອມຮົບໃຫຍ່ລະຫວ່າງກອງທັບອາເມລິກາ ແລະ ສ.ເກົາຫລີ ຈະເລີ່ມຂຶ້ນໃນວັນທີ 13 ມີນານີ້.

KCNA ລະບຸວ່າ: ການຍິງລູກສອນໄຟໃນຄັ້ງນີ້ຖືເປັນການຢືນຢັນປະສິດທິພາບຂອງລະບົບ ແລະ ທົດລອງປະຕິບັດການໂຈມຕີໃຕ້ນໍ້າຂອງໜ່ວຍເຮືອດໍານໍ້າ ເຊິ່ງເປັນສ່ວນໜຶ່ງໃນປະຕິບັດການປ້ອງປາມນິວເຄຼຍຂອງທາງການ ສປປ ເກົາຫລີ ແລະ ກຽມຄວາມພ້ອມຖ້າເກີດສະຖານະການທີ່ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງ ສປປ ເກົາຫລີ ຂຶ້ນ.

ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່

ໂດຍທ່ານ ກິມຈອງອຸນ ມີຄໍາສັ່ງເດີນໜ້າທົດລອງລູກສອນໄຟທາງການທະຫານຢ່າງຕໍ່ເນື່ອງ ຫລັງຈາກຄວາມພະຍາຍາມໃນການໃຊ້ເຄື່ອງມືທາງການທູດຂອງບັນດາປະເທດຕາເວັນຕົກທີ່ຕ້ອງການຈະປົດອາວຸດນິວເຄຼຍຂອງ ສປປ ເກົາຫລີ ປະສົບຄວາມລົ້ມເຫລວ ແລະ ບໍ່ເປັນຮູບປະທໍາ ນັບແຕ່ປີ 2019 ຜ່ານມາ.

ການຮ່ວມຊ້ອມຮົບຄັ້ງໃຫຍ່ລະຫວ່າງກອງທັບອາເມລິກາ-ສ.ເກົາຫລີ “Freedom Shield 23” ຈະເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 13 ມີນາ ຫລັງຈາກບໍ່ເຄີຍຍົກລະດັບການຊ້ອມຮົບໃນລະດັບນີ້ມາແຕ່ປີ 2017 ໂດຍຈະຮ່ວມຊ້ອມຮົບປະມານ 11 ວັນ ເພື່ອເສີມສ້າງຄວາມແຂງແຮງ ແລະ ເພີ່ມພູນປະສົບການໃຫ້ສະມາຊິກກອງທັບຂອງທັງສອງປະເທດ.

ອ້າງອີງ:

https://www.reuters.com/…/nkorea-fires-missiles…/

https://edition.cnn.com/…/north-korea-submarine-missile…

https://www.channelnewsasia.com/…/north-korea-test…

ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່ - 5 - ສປປ ເກົາຫລີ ຍິງທົດລອງລູກສອນໄຟທາງຍຸດທະສາດຈາກເຮືອດໍານໍ້າ ກ່ອນອາເມລິກາ-ສ.ເກົາຫລີ ຈະຊ້ອມຮົບຄັ້ງໃຫຍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!