ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ

ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ - IMG 254 - ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ
ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ - kitchen vibe - ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ

ວັນທີ 13 ມີນາ 2023, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຈັດກອງປະຊຸມສອງຝ່າຍຂຶ້ນຢູ່ນະຄອນຫລວງວຽງຈັນ ເພື່ອຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ສອງປະເທດ; ຝ່າຍລາວນຳໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ.

ໂອກາດນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດຜ່ານທາງອາກາດ, ທາງນໍ້າ, ທາງບົກ ແລະ ການທ່ອງທ່ຽວຈາກປະເທດທີ 3, ການພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ແລະ ການທ່ອງທ່ຽວອະນຸລັກ, ຮ່ວມກັນສົ່ງເສີມການຕະຫລາດທ່ອງທ່ຽວພາກພື້ນ ແລະ ສາກົນ, ການພັດທະນາບຸກຄະລາກອນດ້ານການທ່ອງທ່ຽວ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືກຳນົດບັນດາໜ້າວຽກ, ກິດຈະກຳການທ່ອງທ່ຽວຮ່ວມກັນ ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມືພັດທະນາວຽກງານທ່ອງທ່ຽວ ຂອງສອງປະເທດ ໃຫ້ມີບາດກ້າວໃໝ່ ພາຍຫລັງທີ່ຂະແໜງການທ່ອງທ່ຽວ ລະຫວ່າງ ລາວ ແລະ ກຳປູເຈຍ ໄດ້ຜະເຊີນກັບການລະບາດ ຂອງພະຍາດໂຄວິດ-19.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການມາຢ້ຽມຢາມ ແລະ ພົບປະສອງຝ່າຍໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສອງຂະແໜງການທ່ອງທ່ຽວ ລາວ-ກຳປູເຈຍ ກໍຄື ລະຫວ່າງ ສອງປະເທດລາວ-ກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ການພົບປະຄັ້ງນີ້, ຈະເປັນຂີດໝາຍສຳຄັນໃຫ້ແກ່ການເພີ່ມທະວີການພົວພັນຮ່ວມມື ໃນຂົງເຂດວຽກງານທ່ອງທ່ຽວ ຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ດຳເນີນໄປ ນັບມື້ນັບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ.

ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ - 3 - ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ
ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ - 5 - ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ
ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ - 4 - ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ໃຫ້ມີບາດກ້າວໃໝ່ແນໃສ່ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ