ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ

ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ - 335450003 3377307445917179 2572172596960994981 n - ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ
ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ - kitchen vibe - ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ເມືອງຕົ້ນເຜິ້ງ ຈູດທຳລາຍສິນຄ້າໝົດອາຍຸ ປະກອບມີ: ອາຫານໝົດອາຍຸ 59 ລາຍການ, ຢາຕ້ອງຫ້າມ 5 ລາຍການ, ເຄື່ອງສຳອາງ 6 ລາຍການ ທີ່ຄະນະກຳມະການກວດກາສິນຄ້າຂອງເມືອງ ກວດພົບ ແລະ ອາຍັດໄວ້ໃນກາງເດືອນກຸມພາ ຜ່ານມາ.

ທ່ານ ນາງ ສົມເພັດ ສະທິມຸງຄຸນ ຫົວໜ້າໜ່ວຍງານອາຫານ ແລະ ຢາ ໃຫ້ຮູ້ວ່າ: ຄະນະກຳມະການກວດກາສິນຄ້າເມືອງ ໄດ້ລົງກວດກາຮ້ານຂາຍເຄື່ອງຍ່ອຍ-ເຄື່ອງຍົກ ຈໍານວນ 55 ຮ້ານ ແລະ ກວດພົບອາຫານໝົດອາຍຸ ແລະ ເສຍຄຸນ ຈໍານວນ 29 ຮ້ານ ລວມມູນຄ່າ 4 ລ້ານກວ່າກີບ. ໃນນັ້ນ, ມີອາຫານທີ່ໝົດອາຍຸ 59 ລາຍການ, ຢາຕ້ອງຫ້າມ 5 ລາຍການ, ເຄື່ອງສຳອາງ 6 ລາຍການ, ການລົງກວດກາຄັ້ງນີ້ ຍັງພົບຫລາຍບັນຫາ ເປັນຕົ້ນ ຜູ້ປະກອບການຍັງບໍ່ເອົາໃຈໃສ່ໃນການກວດກາອາ ຫານ-ເຄື່ອງດື່ມຢູ່ພາຍໃນຮ້ານ, ຜູ້ປະກອບການທັງທີ່ຮູ້ວ່າອາຫານໝົດອາຍຸ ແຕ່ຍັງວາງຂາຍຢູ່ໃນຮ້ານ, ຍັງເຫັນແກ່ຜົນປະໂຫຍດຫລາຍກ່ວາບັນຫາສຸຂະພາບ, ການທຳຄວາມສະອາດຍັງບໍ່ທັນໄດ້ດີ, ການຈັດວາງຍັງບໍ່ເປັນລະບຽບ. ພ້ອມນີ້, ຢູ່ຮ້ານຂາຍເຄື່ອງເກືອບທຸກຮ້ານພົບວ່າ ມີການຂາຍຢາປົວພະຍາດປົນ ຢູ່ນຳ, ສິນຄ້າສ່ວນຫລາຍຍັງບໍ່ໄດ້ຕິດລາຄາເປັນພາສາລາວ, ຍັງມີບາງຮ້ານເອົານໍ້າມັນຂາຍເປັນລິດຢູ່ໜ້າຮ້ານ, ຍັງພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ, ຜູ້ປະກອບການຈໍານວນໜຶ່ງຍັງບໍ່ຢາກໃຫ້ທີມງານກວດກາສິນຄ້າອາຍັດອາຫານ-ເຄື່ອງດື່ມທີ່ໝົດອາຍຸ ໂດຍອ້າງເຫດຜົນຕ່າງໆ ແລະ ອື່ນໆ.

ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ - Visit Laos Visit SALANA BOUTIQUE HOTEL - ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ

 

ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ - 3 - ເມືອງຕົ້ນເຜິ້ງ ພົບຜູ້ປະກອບການນຳເອົາອາຫານໝົດອາຍຸ ມາວາງຂາຍຢູ່ໃນຮ້ານ ແລະ ພົບຢາຕ້ອງຫ້າມວາງຂາຍຢູ່ຕາມຮ້ານຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!