ກະຊວງການເງິນ ຈໍາໜ່າຍພັນທະບັດ ຜ່ານຕະຫລາດ ຫລັກຊັບລາວ ມູນຄ່າ 2.500 ຕື້ກີບ ແລະ 50 ລ້ານໂດລາ

ວັນທີ 16 ມີນາ 2023 ນີ້, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ແຫລ່ງຂ່າວ ກ່ຽວກັບການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ປີ 2023 ວ່າ: ພັນທະບັດລັດຖະບານເປັນການຈຳໜ່າຍດຸ່ນດ່ຽງງົບປະມານຜ່ານຕະຫລາດຫລັກຊັບລາວເປັນຊຸດທີ 4 ລວມມີ ສະກຸນເງິນກີບ 2.500 ຕື້ກີບ ແລະ ສະກຸນເງິນໂດລາ 50 ລ້ານໂດລາສະຫະລັດ
ໄລຍະຜ່ານມາ, ກະຊວງການເງິນ ໄດ້ຮ່ວມມືກັບສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ ຕະຫລາດຫລັກຊັບລາວບໍລິສັດຫລັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫລັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫລັກຊັບ ລາວ- ຈີນ ຈໍາກັດ ຈໍາໜ່າຍພັນທະບັດລັດຖະບານ ທີ່ອອກຈໍາໜ່າຍໂດຍກະຊວງການເງິນຜ່ານຕະຫລາດຫລັກຊັບລາວນັບແຕ່ປີ 2018-2022 ແມ່ນໄດ້ອອກມາແລ້ວ 3 ຊຸດ, ຊຶ່ງເປັນສະກຸນເງິນກີບ 5.900 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດແມ່ນ 100 ລ້ານໂດລາ, ຊຶ່ງເຫັນວ່າທຸກໆພາກສ່ວນໄດ້ມີການຮ່ວມມືເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສຳເລັດ; ຜ່ານມາກະຊວງການເງິນ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດ ໂດຍຄົບຕາມຈຳນວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້, ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ.
ຈາກຜົນສໍາເລັດດັ່ງກ່າວ ຈຶ່ງເຫັນດີອະນຸມັດໃຫ້ມີການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫລາດຫລັກຊັບລາວ ໂດຍເລີ່ມຈໍາໜ່າຍແຕ່ເດືອນກຸມພາ 2023 ເປັນຕົ້ນມາ ແລະ ຈະດໍາເນີນໄປຈົນກວ່າຈະສໍາເລັດ ເຊິ່ງການອອກຈໍາໜ່າຍຄັ້ງນີ້, ກະຊວງການເງິນໄດ້ເພີ່ມພັນທະບັດ ແລະ ມີການປັບອັດຕາດອກເບ້ຍເພີ່ມຂຶ້ນ ສໍາລັບພັນທະບັດສະກຸນເງິນກີບ ໂດຍອີງໃສ່ສະພາບເສດຖະກິດໃນປັດຈຸບັນ ເພື່ອໃຫ້ຜູ້ລົງທຶນກັນມາລົງທຶນໃນພັນທະບັດລັດຖະບານ ເພີ່ມຂຶ້ນ ໂດຍອັດຕາດອກເບ້ຍໃໝ່ ປີ 2023 ພັນທະບັດທີ່ມີອາຍຸ 1 ປີ ອັດຕາດອກເບ້ຍ 5,80%, ອາຍຸ 2 ປີ 6,90%, ອາຍຸ 3 ປີ 7,60%, ອາຍຸ 5 ປີ 7,75%, ອາຍຸ 7 ປີ 7,90% ແລະ ອາຍຸ 10 ປີ 8,15%. ສ່ວນພັນທະບັດລັດຖະບານສະກຸນເງິນໂດລາ ອາຍຸ 1 ປີ ມີອັດຕາດອກເບ້ຍ 5%, ອາຍຸ 2 ປີ 5,50%, ອາຍຸ 3 ປີ 6%, ອາຍຸ 5 ປີ 7%, ອາຍຸ 7 ປີ 7,50% ແລະ ອາຍຸ 10 ປີ 8%.
ທັງໝົດນີ້, ກະຊວງການເງິນ ຕາງໜ້າໃຫ້ລັດຖະບານລາວ ມີແຜນຈະນໍາເງິນໄປໃຊ້ເຂົ້າໃນການບໍລິຫານທົ່ວໄປ ຂອງລັດຖະບານດັດສົມງົບປະມານ ແລະ ລົງທຶນຕາມໂຄງການຕ່າງໆຂອງລັດຖະບານ.