ລາວ-ໄທ ຈະສືບຕໍ່ຊອກຫາຊ່ອງທາງ ແລະ ທ່າແຮງ ສົ່ງເສີມການພົວພັນຮ່ວມມືສອງປະເທດໃຫ້ຫລາຍຂຶ້ນ


ໃນວັນທີ 16 ກຸມພາ 2023 ນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍຣະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ພາຍຫລັງທີ່ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 15 ກຸມພາ ຜ່ານມາ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດ ນາງ ມໍຣະກົດ ສີສະຫວັດດີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ໄທ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ພັດທະນາຍິ່ງໆຂຶ້ນ. ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950 (73 ປີ), ຈົນກ້າວໄປສູ່ ການຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ຜ່ານມາ. ຣາຊະອານາຈັກໄທ ໄດ້ຖືກຈັດເປັນປະເທດທີ່ຢູ່ແຖວໜ້າທາງດ້ານການຄ້າ ແລະ ການລົງທຶນ ຢູ່ ສປປ ລາວ ຕະຫລອດມາ, ໂດຍໄດ້ຖືກຈັດເປັນຄູ່ຄ້າອັນດັບໜຶ່ງ ແລະ ເປັນຜູ້ລົງທຶນອັນດັບສອງ ຂອງການລົງທຶນຈາກຕ່າງປະເທດຢູ່ ສປປ ລາວ, ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງ, ເຊື່ອມຈອດ ກັບ ພາກພື້ນ-ອະນຸພາກພື້ນ ແລະ ອື່ນໆ.
ພ້ອມດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາ ຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ແລະ ສະເໜີໃຫ້ທ່ານທູດຊ່ວຍສືບຕໍ່ຊຸກຍູ້ບັນດາຄໍາໝາຍໝັ້ນທີ່ສອງປະເທດໄດ້ເຫັນດີຮ່ວມກັນ ຢູ່ໃນກອບການຮ່ວມມືສອງຝ່າຍຕ່າງໆ ເພື່ອໃຫ້ສອດຄ່ອງກັບເນື້ອໃນຈິດໃຈຂອງການຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ແລະ ສະເໜີໃຫ້ທ່ານທູດໄປຢ້ຽມຢາມບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມືຕ່າງໆຢູ່ບັນດາແຂວງຂອງລາວ ເພື່ອຊອກຫາຊ່ອງທາງ ແລະ ທ່າແຮງ ໃນການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ຫລາຍຂຶ້ນ.
ໃນຂະນະດຽວກັນ, ທ່ານທູດໄທ ປະຈຳ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ.