HUAWEI ລົ້ມ APPLE ຂຶ້ນເປັນຍີ່ຫໍ້ໂທລະສັບມືຖືລາຍໃຫຍ່ອັນດັບ 2 ຂອງໂລກ
ມີການປ່ຽນແປງເກີດຂຶ້ນກັບຕໍາແໜ່ງຍີ່ຫໍ້ຜູ້ຜະລິດໂທລະສັບມືຖືລາຍໃຫຍ່ຂອງໂລກທີ່ຕົກເປັນຂອງ Samsung ແລະ Apple ມາຢ່າງຍາວນານ. ເມື່ອຫລ້າສຸດມີລາຍງານສະບັບໃຫມ່ຈາກ Counterpoint Research ທີ່ລະບຸວ່າ: HUAWEI ຍີ່ຫໍ້ຈາກຈີນ ສາມາດບຽດຄ້າຍໝາກໄມ້ຂຶ້ນເປັນອັນດັບ 2 ຂອງໂລກໄດ້ເປັນທີ່ຮຽບຮ້ອຍແລ້ວ.
ຜົນສໍາເລັດຂອງ HUAWEI ຕ້ອງຍົກໃຫ້ຍອດຂາຍທີ່ເຮັດໄດ້ແຮງຢ່າງຕໍ່ເນື່ອງໃນໄລຍະເດືອນມິຖຸນາ ຜ່ານມາ ເຊິ່ງ Peter Richardson ຜູ້ອໍານວຍການຝ່າຍວິໄຈຂອງ Counterpoint Research ໄດ້ລະບຸວ່າ: “ນີ້ຄືກ້າວສໍາຄັນຂອງ HUAWEI ຍີ່ຫໍ້ໂທລະສັບມືຖືໃຫຍ່ທີ່ສຸດຂອງຈີນ ໃນການເຕີບໃຫຍ່ຢ່າງຕໍ່ເນື່ອງໃນລະດັບໂລກ ສິ່ງທີ່ເຮັດໃຫ້ HUAWEI ປະສົບຜົນສໍາເລັດໄດ້ເປັນເພາະການລົງທຶນດ້ານ R&D ແລະ ການຜະລິດຢ່າງຕໍ່ເນື່ອງ ຄຽງຄູ່ໄປກັບການຂະຫຍາຍຕະຫຼາດທາງບຸກ ແລະ ເພີ່ມຊ່ອງທາງການຂາຍ”.
ແນວໃດກໍຕາມ ເຖິງວ່າຕົວເລກຂອງ Counterpoint Research ຈະເປັນສິ່ງທີ່ຍອມຮັບກັນໄດ້ ແຕ່ອາດຈະເປັນວຽກໜັກຂອງ HUAWEI ບໍ່ໜ້ອຍທີ່ຈະຕ້ອງພະຍາຍາມຮັກສາອັນດັບ 2 ຂອງຕົວເອງເອົາໄວ້ ຫຼັງຈາກ Apple ເປີດຕົວ iPhone ຮຸ່ນໃຫມ່ໃນໄລຍະທ້າຍປີນີ້.
ນອກຈາກນີ້ ຕາມການລາຍງານໃນສະບັບດຽວກັນຍັງໄດ້ເປີດເຜີຍວ່າ: iPhone 7 ແລະ iPhone 7 Plus ຂອງ Apple ຍັງຄົງເປັນໂທລະສັບທີ່ມີຍອດຂາຍສູງທີ່ສຸດໃນເດືອນກໍລະກົດ ໂດຍ Galaxy S8 ຂອງ Samsung ຢູ່ໃນອັນດັບທີ 5. ຂະນະທີ່ OPPO R11 ແລະ A57 ຢູ່ໃນອັນດັບທີ 3 ແລະ 4.