ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ

ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ - shutterstock 776728783 - ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ
ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ - kitchen vibe - ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ

 

ວັນທີ 21 ມີນາ 2023 ຜ່ານມາ, ພະແນກ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ປຶກສາຫາລື ການແກ້ໄຂບັນຫາສຽງດັງເນືອງນັນ ແລະ ຄຸ້ມຄອງປ້າຍ ຢູ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ.

ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ

ທ່ານ ນາງ ວິໄລວອນ ຈັນທະລາຕີ ລາຍງານວ່າ: ຜ່ານມາໄດ້ນຳເອົາຫລາຍນິຕິກຳເປັນບ່ອນອີງໃນການຄຸ້ມຄອງ ເປັນຕົ້ນດຳລັດວ່າດ້ວຍການບັນເທີງ ສະບັບເລກທີ 315/ລບ ຂໍ້ຕົກລົງ ທ່ານ ລັດຖະມົນຕີ ວ່າດ້ວຍຮ້ານອາຫານສະບັບເລກທີ 986/ຖວທ ແລະ ນິຕິກຳອື່ນໆ ແຕ່ບັນຫາດັ່ງກ່າວກໍຍັງເກີດຂຶ້ນໃໝ່ ແລະ ການແກ້ໄຂບໍ່ທັນເດັດຂາດ, ຍັງມີປາກົດການທີ່ລະເມີດ ເຊັ່ນ: ການເປີດບໍລິການເກີນໂມງເວລາທີ່ກົດໝາຍກຳນົດ, ການເປີດສຽງເນືອງນັນ ເກີນ 80 ດີຊີເບວ, ຮ້ານເຫລົ້າ, ຮ້ານເບຍ, ງານບຸນ, ງານດອງກາງແຈ້ງ ທີ່ມີການມົ້ວສຸມສານເສບຕິດທີ່ຜິດກົດໝາຍ ແອບແຝງຂາຍບໍລິການທາງເພດ. ສຳລັບການຕິດຕັ້ງປ້າຍຍັງພົບເອກະສານບໍ່ມີອະນຸຍາດຈາກພາກສ່ວນກ່ຽວຂ້ອງເປັນຕົ້ນແມ່ນປ້າຍເຄື່ອງດື່ມທີ່ມີທາດເຫລົ້າ ແລະ ອື່ນໆ

 

ທ່ານ ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນະຄອນຫລວງວຽງຈັນ ໃຫ້ທິດຊີ້ນຳໂດຍລວມແມ່ນເນັ້ນໃຫ້ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ເປັນໃຈກາງ ແລະ ເຈົ້າການໃນການປະສານສົມທົບພາກສ່ວນກ່ຽວຂ້ອງໂດຍອີງໃສ່ຂໍ້ຕົກລົງ ແລະ ນິຕິກຳຂອງກະຊວງ, ພະແນກ ຖວທ ຕ້ອງຂຶ້ນບັນຊີຮ້ານອາຫານ, ຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານໂຟກຊອງ ແລະ ເທັກບາ, ຮ້ານໃດມີໃບອະນຸຍາດ ຖືກຕ້ອງ ພາກສ່ວນໃດຄຸ້ມຄອງ ຜ່ານມາເຄີຍມາບັນຫາຈັກຄັ້ງ, ລະເມີດລະບຽບກົດໝາຍຈັກຄັ້ງ ຕ້ອງມີການບັນທຶກ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ຄະນະກຳມະການ ຖ້າພົບເຫັນຮ້ານໃດບໍ່ມີໃບອະນຸຍາດ ຫລື ໃບອະນຸຍາດກັບໃນເຄື່ອນໄຫວບໍ່ກົງກັນກໍຕ້ອງໃຊ້ມາດຕະການເດັດຂາດ, ກໍລະນີພົບເຫັນການກະທຳຜິດໃຫ້ປະຕິບັດຕາມຂັ້ນຕອນກົດໝາຍຢ່າງເຂັ້ມງວດ, ຖ້າຍັງຝ່າຝືນຕ້ອງເຂົ້າໄປກວດກາ ແລະ ສັ່ງປິດທັນທີ.

ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ - 4 - ລັດຖະມົນຕີ ຖວທ ແລະ ເຈົ້າຄອງ ນວ ເນັ້ນໃຫ້ໃຊ້ມາດຕະການຕໍ່ຮ້ານອາຫານ, ຄາຣາໂອເກະ ແລະ ບັນເທີງທີ່ລະເມີດລະບຽບກົດໝາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!