IMF ຮຽກຮ້ອງປະເທດອາຊີເພີ່ມ ອັດຕາສ່ວນແຮງງານທີ່ເປັນຜູ້ຍິງ




ທ່ານນາງ ຄຣິສຕິນ ລາກາດ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ຮຽກຮ້ອງໃຫ້ມີການເພີ່ມອັດຕາສ່ວນແຮງງານທີ່ເປັນຜູ້ຍິງ ເພື່ອສະໜັບສະໜູນການຂະຫຍາຍຕົວທາງດ້ານເສດຖະກິດທ່າມກາງອັດຕາສ່ວນປະຊາກອນອາຍຸສູງທີ່ເພີ່ມຂຶ້ນຢ່າງວ່ອງໄວໃນກຸ່ມປະເທດອາຊີ.
ນາງ ລາກາດ ກ່າວສູນທອນພົດໃນກອງປະຊຸມວ່າດ້ວຍເລື່ອງຄວາມທ້າທາຍທີ່ເສດຖະກິດອາຊີກຳລັງຜະເຊີນ ຢູ່ນະຄອນຫລວງເຊອຸນວ່າ: ການເຮັດໃຫ້ຊ່ອງວ່າງລະຫວ່າງເພດໃນຕະຫລາດແຮງງານແຄບລົງຈະຊ່ວຍກະຕຸ້ນລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນຂະຫຍາຍຕົວເພີ່ມຂຶ້ນປະມານ 10 ຈຸດ ແລະ 9 ຈຸດຕາມລຳດັບ. ທັງນີ້ ຫຼາຍປະເທດເຊັ່ນ: ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ອາດຈະຕ້ອງຜະເຊີນກັບຈຳນວນແຮງງານ ແລະ ກຳລັງການຜະລິດທີ່ຫລຸດລົງໃນອະນາຄົດຈາກການເຂົ້າສູ່ສັງຄົມຜູ້ອາຍຸສູງ.


ທະນາຄານພັດທະນາອາຊີ (ADB) ລະບຸວ່າ: ອາຊີຈະເປັນທະວີບທີ່ມີອັດຕາສ່ວນປະຊາກອນອາຍຸສູງຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກໃນອະນາຄົດອັນໃກ້ ໂດຍຈະມີຈຳນວນປະຊາກອນອາຍຸສູງບັນລຸ 923 ລ້ານຄົນພາຍໃນປີ 2050. ຂະນະທີ່ຫຼາຍປະເທດຍັງບໍ່ໄດ້ມີການກຽມຄວາມພ້ອມຮັບມືໃນເລື່ອງນີ້.
ທ່ານ ລີ ຈູຍອນ ຜູ້ວ່າການທະນາຄານກາງ ສ.ເກົາຫຼີ ກ່າວວ່າ: ປະເທດອາຊີຄວນເລັ່ງເພີ່ມອັດຕາການເກີດຂອງປະຊາກອນ ແລະ ສະໜັບສະໜູນໃຫ້ຜູ້ອາຍຸສູງ ແລະ ຜູ້ຍິງເຮັດວຽກຫລາຍຂຶ້ນ ເນື່ອງຈາກຍັງບໍ່ພ້ອມທີ່ຈະຮັບມືກັບຜົນກະທົບຈາກຈຳນວນແຮງງານທີ່ຈະຫລຸດລົງຢ່າງວ່ອງໄວ. ທັງນີ້ ຄວາມຫຼົ້ມເຫຼວໃນການກຽມພ້ອມຮັບມືກັບສັງຄົມຜູ້ອາຍຸສູງຈະເຮັດໃຫ້ການຫຼຸດພົ້ນຈາກບັນຫາການຂະຫຍາຍຕົວຕໍ່າກາຍເປັນເລື່ອງຍາກ.
ປະເທດທີ່ 14% ຂອງປະຊາກອນມີອາຍຸແຕ່ 65 ປີຂຶ້ນໄປ ຈະຖືວ່າເປັນປະເທດທີ່ກ້າວເຂົ້າສູ່ສັງຄົມຜູ້ອາຍຸສູງໂດຍສົມບູນ.