ປກສ ບໍ່ແກ້ວຈັບຜົວເມຍຄ້າຂາຍຢາບ້າພ້ອມຂອງກາງ 1.574 ເມັດມາດຳເນີນຄະດີ


ໃນວັນທີ 1 ກັນຍານີ້, ພະ ແນກຕຳຫລວດຕ້ານ ແລະ ສະ ກັດກັ້ນຢາເສບຕິດ ປກສ ແຂວງ ບໍ່ແກ້ວໄດ້ນຳຕົວຜົວເມຍທີ່ ຮ່ວມກັນຄ້າຂາຍຢາເສບຕິດ ພ້ອມດ້ວຍຂອງກາງຢາບ້າຈຳ ນວນ 1.574 ເມັດ, ເງິນກີບ 15.240.000 ກີບ, ເງິນບາດ ໄທ 145.000 ບາດ, ເງິນໂດລາ 377 ໂດລາ, ປຶ້ມບັນຊີເງິນຝາກ ທະນາຄານ 2 ຫົວ ແລະ ໂທລະ ສັບມືຖື 3 ໜ່ວຍມາທຳການ ສືບສວນ-ສອບສວນຢູ່ ປກສ ແຂວງຜູ້ເປັນຜົວ ຊື່ທ້າວ ສົມພອນ ອາຍຸ 47 ປີ ອາຊີບເຮັດນາສັນ ຊາດລາວຊົນເຜົ່າລື້ ແລະ ຜູ້ເປັນ ເມຍຊື່ ນາງ ເຖົາແສງ ອາຍຸ 37 ອາຊີບຄ້າຂາຍສັນຊາດ ລາວ ຊົນເຜົ່າລື້ທັງສອງອາໄສຢູ່ບ້ານ ພິບຸນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
+ ປກສ ແຂວງສະຫວັນນະເຂດຈັບຜູ້ຄ້າຢາເສບຕິດມາດໍາເນີນຄະດີ
+ ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ
ຜ່ານການສືບສວນ-ສອບ ສວນຂອງເຈົ້າໜ້າທີ່, ທ້າວສົມ ພອນ ໄດ້ຮັບສາລະພາບວ່າ: ຢາ ບ້າຈຳນວນດັ່ງກ່າວແມ່ນຂອງ ຕົນເອງແທ້ ເຊິ່ງໄດ້ມີບຸກຄົນບໍ່ ຮູ້ຊື່ເອົາມາຂາຍ ໃຫ້ຢູ່ເຮືອນໃນ ລາຄາ 1 ມັດ 30.000 ບາດໃນ ໄລຍະເດືອນພຶດສະພາ 2017 ແລະ ໄດ້ມີກຸ່ມໄວລຸ້ນບໍ່ຮູ້ຊື່ມາ ຊື້ນຳຢູ່ເຮືອນໃນລາຄາເມັດ ລະ 8000 ກີບ, ເຊິ່ງໄດ້ຂາຍໄປ ແລ້ວຈຳນວນໜຶ່ງ ແລະ ຍັງ ເຫລືອຈຳນວນ 1.574 ເມັດ ແລະ ໄດ້ນຳເອົາຢາບ້າຈຳນວນ ດັ່ງກ່າວຊຸກເຊື່ອງໄວ້ໃນເຮືອນ ໂດຍທັງສອງຜົວເມຍໄດ້ຮັບ ຮູ້ນຳກັນ.
ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ ກັກຕົວພວກກ່ຽວໄວ້ທຳການ ສືບສວນ-ສອບສວນຫາກຸ່ມ ແກ້ງຄ້າຂາຍຢາເສບຕິດລາຍນີ້ ມາດຳເນີນຄະດີຕາມລະບຽບ ກົດໝາຍຕໍ່ໄປ.