ສະຫາຍ ທອງລຸນ ສີສຸລິດ ສະເໜີໃຫ້ແຂວງຢຸນນານຊຸກຍູ້ສົ່ງເສີມນັກທຸລະກິດເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ


ໃນວັນທີ 30 ມີນາ 2023 ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ໜິງ ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 29 ມີນາ ຫາ 1 ເມສາ 2023.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນແຂວງຢຸນນານ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງລວງກວ້າງ ແລະ ລວງເລິກ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ. ສປປ ລາວ ຖືສໍາຄັນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ, ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຂອງສອງລັດຖະບານ ກໍຄື ການລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ຂອງວິສາຫະກິດ-ນັກລົງທຶນຂອງແຂວງຢຸນນານ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນເປັນຢ່າງດີ, ຊຸກຍູ້ສົ່ງເສີມໃຫ້ບັນດານັກທຸລະກິດຂອງແຂວງຢຸນນານ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ບໍ່ເຕ່ນ, ວຽງຈັນ-ພາກໃຕ້ຂອງລາວ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິກໍາຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕ່ນ-ບໍ່ຫານ, ຊຸກຍູ້ການນຳໃຊ້ທາງລົດໄຟ ໃຫ້ເກີດຜົນປະໂຫຍດຫລາຍຂຶ້ນຕື່ມ, ຮ່ວມກັນຊຸກຍູ້ຜະລິດກະສິກຳຂອງລາວ ເພື່ອສົ່ງອອກໄປ ສປ ຈີນ ເປັນຕົ້ນ ແມ່ນການລ້ຽງງົວ, ຍົກສູງປະສິດທິພາບກົນໄກການຮ່ວມມື ລະຫວ່າງ ແຂວງຢຸນນານ ກັບ 10 ແຂວງພາກເໜືອ ຂອງ ສປປ ລາວ, ຊຸກຍູ້ວຽກງານຮອບດ້ານໃຫ້ແກ່ ການເປີດດ່ານສາກົນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.
ໃນນີ້, ສະເໜີໃຫ້ສອງຝ່າຍ ເນັ້ນດ້ານການໂຄສະນາຕໍ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບໝາກຜົນຂອງການພົວພັນຮ່ວມມື ແລະ ການຕັດສິນໃຈສູງຂອງການນຳສອງປະເທດ ໃນການຮ່ວມກັນສ້າງສາ ແລະ ພັດທະນາໂຄງການລົດໄຟ ລາວ-ຈີນ ຊຶ່ງແມ່ນໂຄງການຍຸດທະສາດ ທີ່ເປັນສັນຍາລັກທີ່ເປັນແບບຢ່າງອັນດີຂອງການພົວພັນ ລາວ-ຈີນ ໂດຍຈະຊ່ວຍເຫຼືອ ສປປ ລາວ ໃນການສ້າງວຽກເຮັດງານທໍາ ແລະ ການເກັບລາຍຮັບຈາກການທ່ອງທ່ຽວ ໂດຍຜ່ານການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ. ພ້ອມດຽວກັນນີ້, ກໍສະເໜີໃຫ້ແຂວງຢຸນນານ ຊ່ວຍສ້າງບຸກຄະລາກອນ, ຖ່າຍທອດ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການລຶບລ້າງຄວາມທຸກຍາກ ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.
ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ອວຍພອນໃຫ້ ຄະນະການນຳແຂວງຢຸນນານ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້.
ໃນຂະນະດຽວກັນ, ສະຫາຍ ຫວັງ ໜິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການເດີນທາງຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນໄມຕີຈິດມິດຕະພາບ ລະຫວ່າງ ສອງຊາດ ລາວ-ຈີນ ໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ. ພັກ-ລັດຖະບານ ແລະ ປະຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງຢຸນນານ ຍິນດີໃຫ້ການຮ່ວມມືກັບ ສປປ ລາວ ເພື່ອພັດທະນາໄປພ້ອມກັນໃນດ້ານຕ່າງໆ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການຜະລິດກະສິກຳ, ການສົ່ງອອກສິນຄ້າລາວໄປຈີນ, ການຮ່ວມມືດ້ານພະລັງງານ-ບໍ່ແຮ່, ການທ່ອງທ່ຽວ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ທັງນີ້ ກໍເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງ, ຄວາມສົມບູນພູນສຸກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຈີນ-ລາວ, ລາວ-ຈີນ. ນອກຈາກນີ້, ສະຫາຍ ຫວັງ ໜິງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຜົນສຳເລັດຈຳນວນໜຶ່ງຂອງແຂວງຢຸນນານໃນໄລຍະ 5 ປີ ຜ່ານມາ.