ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ

ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ - kitchen vibe - ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ
ວັນທີ 11 ເມສາ 2023, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ພົນໂທ ເຈິນ ກວັກ ຕໍ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ຳນັບ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັກຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
May be an image of 3 people, the Oval Office and dais ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ - 340882808 202194552533312 8273704883561111766 n - ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ
ທ່ານ ພົນໂທ ເຈິນ ກວັກ ຕໍ ໄດ້ລາຍງານ ກ່ຽວກັບວາລະການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບ ແລະ ຜົນຂອງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ; ເຊິ່ງກອງປະຊຸມດັ່ງກ່າວໄດ້ຕົກລົງຮ່ວມມືດ້ານວຽກງານກົງ ຈັກການຈັດຕັ້ງ, ວຽກງານກໍ່ສ້າງກຳລັງ, ວຽກງານພັກ-ວຽກງານການເມືອງ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບຄວາມສະຫງົບສຸກຂອງປະຊາຊົນ ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ; ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມວ່າ ລັດຖະບານຫວຽດນາມ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໂດຍສະເພາະແມ່ນກຳ ລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນສືບຕໍ່ໃຫ້ທຶນປຸກສ້າງຫ້ອງການ ປກສ ກຸ່ມບ້ານລຽບຕາມຊາຍແດນໃຫ້ສຳເລັດຕາມຄາດໝາຍ.
ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມື ລະຫວ່າງສອງກຳລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ; ພ້ອມທັງໄດ້ຊີ້ນຳໃຫ້ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ແລະ ສະເໜີໃຫ້ຝ່າຍຫວຽດນາມສືບຕໍ່ຊ່ວຍ ເຫຼືອໃນການກໍ່ສ້າງບຸກຄະລາກອນຂອງກໍາລັງປ້ອງກັນຄວາມສະຫງົບລາວ ບໍ່ວ່າຈະເປັນການຮຽນ ຫຼື ຍົກລະດັບຄວາມຮູ້ໃນດ້ານຕ່າງໆ ເພື່ອເຮັດໃຫ້ກຳລັງຂອງພວກເຮົາມີຄວາມຮູ້, ມີຄວາມສາມາດ ໃນທຸກດ້ານ ສາມາດເຮັດຫຼ້ອນໜ້າທີ່ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້.
May be an image of 14 people and the Oval Office ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ - 340834382 602566335128484 3766653129288632014 n - ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ
ພາບຂ່າວ: ຄວາມສະຫງົບ
ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ - 3 - ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ມີການຮ່ວມມືຮອບດ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!