ຈີນກຽມສັ່ງຫ້າມຜະລິດ-ຈຳໜ່າຍ ລົດໃຊ້ນ້ຳມັນເຊື້ອໄຟ




ຈີນກຽມສັ່ງຫ້າມການຜະລິດ ແລະ ຈຳໜ່າຍລົດຍົນທີ່ໃຊ້ນ້ຳມັນ ຕາມນະໂຍບາຍຊຸກດັນຍານພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ.
ທ່ານ ຊິນ ກົວປິນ ຮອງລັດຖະມົນຕີອຸດສາຫະກຳຂອງຈີນ ຢືນຢັນວ່າ: ເພື່ອໃຫ້ບັນລຸຈຸດມຸ່ງໝາຍດັ່ງກ່າວ ປັດຈຸບັນນີ້ໄດ້ເລີ່ມການວິໄຈແນວທາງຈະເປັນໄປໄດ້ແລ້ວ, ແຕ່ຍັງບໍ່ກຳນົດຈະແຈ້ງວ່າແຜນນີ້ຈະມີຜົນໃນທາງປະຕິບັດເມື່ອໃດ ແລະ ເມື່ອໃດທີ່ຜົນບັງຄັບໃຊ້ຈະເປັນເປີດໃບໜ້າອຸດສາຫະກຳຜະລິດລົດຍົນຂອງຈີນຢ່າງເຕັມສ່ວນ.
ຈາກການສຳຫລວດໃນປີຜ່ານມາ, ຈີນມີລົດຍົນທັງໝົດ 28 ລ້ານຄັນ ຫຼື ເກືອບ 1 ໃນ 3 ຂອງຈຳນວນລົດຍົນທົ່ວໂລກ. ອັງກິດ ແລະ ຝຣັ່ງ ໄດ້ປະກາດແຜນຫ້າມຜະລິດລົດຍົນທີ່ໃຊ້ເຄື່ອງຈັກແອັດຊັງ ແລະ ກາຊວນນັບແຕ່ປີ 2040 ເປັນຕົ້ນໄປ ເຊິ່ງເປັນຄວາມພະຍາຍາມຫຼຸດມົນລະພິດ ແລະ ການປ່ອຍແກັສກາກບອນໄດອອກໄຊ. ສຳລັບຈີນນັ້ນ ເຈົ້າຂອງບໍລິສັດວອລໂວ ປະກາດໃນເດືອນກໍລະກົດວ່າ: ລົດຍົນທີ່ຜະລິດໃໝ່ທັງໝົດນັບແຕ່ປີ 2019 ເປັນຕົ້ນໄປຈະເປັນລົດຍົນໄຟຟ້າ.
ຈີນວາງແຜນໄວ້ວ່າ: ລົດຍົນໄຟຟ້າ ແລະ ລົດຍົນໄຮບຣິດຈະມີຍອດຈຳໜ່າຍຢ່າງໜ້ອຍ 1 ໃນ 5 ຂອງຈຳນວນລົດຍົນທີ່ຈຳໜ່າຍທັງໝົດໃນປີ 2025 ພ້ອມກັບສະເໜີໃຫ້ບໍລິສັດຜະລິດລົດຍົນທັງຫລາຍຈະຕ້ອງມີລົດຍົນໄຟຟ້າ ແລະ ໄຮບຣິດຈຳໜ່າຍຢ່າງໜ້ອຍ 8% ໃນປີໜ້າ ແລະ ຈະເພີ່ມເປັນ 12% ໃນປີ 2020 ເຊິ່ງແຜນການນີ້ນອກຈາກຈະຊ່ວຍຫຼຸດມົນລະພິດແລ້ວ ຍັງຊ່ວຍໃຫ້ຈີນຫຼຸດການຊົມໃຊ້ນ້ຳມັນ ເຊິ່ງປັດຈຸບັນນີ້ຈີນເປັນອັນດັບ 2 ຂອງໂລກໃນການຊົມໃຊ້ນ້ຳມັນ ຖັດຈາກອາເມລິກາ.