ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ

ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ - 25385798117 2d1fe8272b b - ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ
ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ - kitchen vibe - ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ

ກິດຈະກໍາຕົບພະທາດຊາຍ ແມ່ນການນໍາເອົາຊາຍມາກອງ ແລະ ຕົບແຕ່ງໃຫ້ເປັນຮູບຊົງເຈດີມີລັກສະນະຕ່າງໆ ໂດຍມີການປະດັບປະດາດ້ວຍທຸງຊໍ່ ທຸງໄຊ ທຸງຮູບໂຕເຜິ້ງ 12 ລາສີ ແລະ ດອກໄມ້ທູບທຽນຢ່າງງົດງາມເອີ້ນວ່າພະທາດຊາຍ ຫຼື ເຈດີຊາຍ. ທາດຊາຍນິຍົມເຮັດຂຶ້ນສະ ເພາະໃນປີໃໝ່ລາວແຕ່ບູຮານນະການເພິ່ນເຮັດຢູ່ແຄມນໍ້າ ແຕ່ພາຍຫຼັງມາເຫັນວ່າບາງວັດທີ່ບໍ່ໄດ້ຢູ່ໃກ້ກັບແມ່ນໍ້າກໍມີການຂົນຊາຍເຂົ້າມາກໍ່ຢູ່ທີ່ເດີ່ນວັດ ຈຸດປະສົງເປັນການທານຊາຍເຂົ້າໃນການກໍ່ສ້າງວັດວາອາຮາມໃຫ້ເກີດປະໂຫຍດ ເພາະຄົນບູຮານພິຈາລະນາເຫັນວ່າ ການທຽວເຂົ້າ-ອອກວັດເປັນປະຈໍາອາດມີເມັດດິນ ເມັດຊາຍຕິດຕີນ ຕິດເກີບອອກມານໍາບໍ່ຫຼາຍກໍໜ້ອຍ ລັກສະນະດັ່ງກ່າວນັ້ນຖືວ່າເປັນບາບກໍາ. ສະນັ້ນເພື່ອບໍ່ໃຫ້ຕົນເອງມີບາບກຳ ຈຶ່ງພ້ອມພາກັນຂົນຊາຍເຂົ້າວັດ ເພື່ອທົດແທນເມັດຊາຍທີ່ຂາດຫາຍໄປຈາກການທຽວເຂົ້າ-ທຽວອອກວັດ; ການທານເຈດີຊາຍເປັນການຊັກອະນິຈາ ເພື່ອອຸທິດສ່ວນບຸນໄປຫາຍາດພີ່ນ້ອງທີ່ລົ້ມຫາຍຕາຍຈາກໄປໃຫ້ໄດ້ຮັບສ່ວນບຸນກຸສົນ ແລ້ວເອົາຕົນເມືອເກີດທີ່ດີເຖິງສຸກ ເພື່ອຖວາຍບູຊາພະລັດຕະນະໄຕອັນເປັນຮົ່ມໂພ ຮົ່ມໄຊແກ່ພຸດທະ ສາສະນິກະຊົນຈະໄດ້ຮັບອານິສົງຄື: ເມື່ອສິ້ນຊີວິດໄປເຮັດໃຫ້ຕົນໄດ້ໄປເກີດທີ່ດີເຖິງສຸກ ຕາມອານິສົງຂອງການຖວາຍເຈດີຊາຍ ທີ່ພະພຸດທະເຈົ້າເທດສະໜາໄວ້ວ່າ “ນໍລະຍິງ-ຊາຍເຫຼົ່າໃດມີສັດທາເຫຼື້ອມໃສໄດ້ອຸດສາຫະມາກໍ່ສ້າງວະລຸກາເຈດີທາດຊາຍໃຫຍ່ກໍດີ ນ້ອຍກໍດີ ສູງກໍດີ ຕໍ່າກໍດີ ມີຈໍານວນມາກມາຍເຖິງແປດໝື່ນສີ່ພັນອົງກໍດີ ຫຼືວ່າໜ້ອຍກວ່ານີ້ພຽງແຕ່ອົງດຽວກໍດີ ດ້ວຍສັດທາອັນແຮງກ້າມີຄວາມປິຕິໂສມະນັດນໍລະຊົນຍິງ-ຊາຍເຫຼົ່ານັ້ນ ຈະບໍ່ໄດ້ໄປສູ່ອະບາຍຍະພູມຕະຫຼອດຮ້ອຍຊາດ ຖ້າເກີດຢູ່ໃນມະນຸດໂລກກໍຈະມັ່ງຄັ່ງສົມບູນໄປດ້ວຍຍົດສິງຄານບໍລິວານເປັນອັນມາກ ຄັນຈຸຕິຕາຍຈາກໂລກມະນຸດນີ້ແລ້ວກໍຈະໄດ້ໄປອຸບັດເກີດບົນສະຫວັນເທວະໂລກສະເຫວີຍສົມບັດທິບໃນວິມານ ຜາສາດອັນເອີບອີ່ມໄປດ້ວຍຄວາມສຸກກະເສີມສໍາລານ”; ການສືບສານຮັກສາໄວ້ຊຶ່ງປະເພນີອັນດີງາມຂອງຊາດເປັນການສ້າງຂະບວນການ ແລະ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ທັງເປັນການສ້າງຂະບວນການແຂ່ງຂັນສີມືກັນ ແລະ ກັນອີກດ້ວຍ ໂດຍມີລາງວັນເປັນສິ່ງຕອບແທນແກ່ຜູ້ທີ່ສ້າງທາດຊາຍໄດ້ຢ່າງງົດງາມ; ການທານພະທາດເຈດີຊາຍຍັງມີຄວາມເຊື່ອໃຫ້ຕົນເອງສົມປາຖະໜາຄືຈະເຮັດໃຫ້ມີລູກຕາມຄວາມປະສົງຈຶ່ງໄດ້ມີການສ້າງລູກເຈດີຊາຍນ້ອຍອ້ອມພະທາດເຈດີຊາຍອົງໃຫຍ່ຕາມຈໍານວນລູກທີ່ຕົນເອງຕ້ອງການ ທັງຍັງຈະເຮັດໃຫ້ອາຍຸຍືນດ້ວຍການສ້າງລູກເຈດີຊາຍນ້ອຍໃຫ້ຄົບອາຍຸແລ້ວລື່ນໄປອີກໜຶ່ງລູກ. ນັ້ນຄືອານິສົງ ແລະ ທີ່ມາຂອງການສ້າງພະທາດເຈດີຊາຍບູຊາພະລັດຕະນະໄຕ ດ້ວຍເຫດນັ້ນພຸດທະສາສະນິ ກະຊົນທັງຫຼາຍຈຶ່ງນິຍົມສ້າງພະທາດເຈດີຊາຍບູຊາພະລັດຕະນະໄຕ ແລະ ປະດັບປະດາດ້ວຍທຸງຕ່າງໆສືບຕໍ່ກັນມາຈົນເຖິງປັດຈຸບັນນີ້. ນອກຈາກນີ້ຍັງມີປະເພນີແຫ່ຕົ້ນດອກໄມ້; ບາສີສູ່ຂວັນ ແລະ ການປ່ອຍສັດ ແລະ ກິດຈະກໍາອື່ນໆ.

ຂໍ້ມູນຈາກ: ພະອາຈານ ບຸນທະວີ ກົມພະພັນ ເຈົ້າອະທິການວັດສີຄູນວຽງ (ວັດດົງ ໝ້ຽງ) ບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ - Visit Laos Visit SALANA BOUTIQUE HOTEL - ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ
ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ - 4 - ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!