ເອັມບັບເປ ຢືນຢັນບໍ່ຄິດລາ ເປແອສເຊ ເຜີຍເປົ້າຫມາຍຕໍ່ໄປຂອງຕົວເອງ
April 14, 2023 - 7:00 AM




ຄີລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ອອກມາຢ້ຳຈະແຈ້ງວ່າ ບໍ່ມີຄວາມຄິດທີ່ຈະບອກລາຕົ້ນສັງກັດຢ່າງ ປາຣີສ ແຊັງ ແຊັກແມັງ ໃນຕະຫລາດລະດູການນີ້.
ກ່ອນໜ້ານີ້ມີກະແສຢ່າງຕໍ່ເນື່ອງວ່າ ເອັມບັບເປ ໄດ້ຮັບຄວາມສົນໃຈຈາກທີມໃຫຍ່ແຫ່ງ ລາ ລີກາ ສະເປນ ຢ່າງ ຣຽວ ມາດຣິດ.
ແນວໃດກໍຕາມຫລ້າສຸດລາວອອກມາເປີດເຜີຍເປົ້າຫມາຍໃນອະນາຄົດຂອງຕົວເອງ ແລະ ຢືນຢັນວ່າຍັງບໍ່ຄິດຍ້າຍທີມ.
“ ກ້າວຕໍ່ໄປ ຂ້ອຍຕ້ອງການເປັນແຊ໊ມຢູຟາ ແຊ໊ມປຽນລີກ ຂ້ອຍເຄີຍໄປເຖິງຮອບຊີງຊະນະເລີດ, ຮອງຊະນະເລີດ, ກ່ອນຮອງຊະນະເລີດ ຮອບ 16 ທີມສຸດທ້າຍ ຂ້ອຍເຮັດມາຫມົດທຸກຢ່າງ ຂາດພຽງການເປັນແຊ໊ມ ນັ້ນຄືທັງຫມົດທີ່ຂ້ອຍຕ້ອງການ, ເປແອສເຊ ຂ້ອຍຄືປາຣີຊຽງ ແລະ ຍັງມີສັນຍາຢູ່ ດັ່ງນັ້ນ ມັນຄື ເປແອສເຊ ”.