ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024. - 342439689 923598685524510 3859280625987337722 n - ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024. - kitchen vibe - ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດປີໂຕລ້ຽມເທດດິ້ງລາວມະຫາຊົນ ບໍລິສັດຜູ້ ສໍາຫລວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໄດ້ກ່າວກັບ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ວັນທີ 10 ເມສາ 2023 ຜ່ານມານີ້ວ່າ: “ຖ້າທຸກຢ່າງເປັນໄປຕາມຄາດໝາຍ ໂຄງການດັ່ງກ່າວຈະເລີ່ມກໍ່ສ້າງໃນປາຍປີນີ້ ຫຼື ໄຕມາດທໍາອິດໃນປີໜ້າ”.

ໂດຍຄາດການໄລຍະທໍາອິດໃນການກໍ່ສ້າງແມ່ນຈະເລີ່ມກໍ່ສ້າງໃນສ່ວນຂອງ ຊາຍແດນຫວຽດນາມ ຫາເມືອງທ່າແຂກແຂວງຄໍາມ່ວນ ດ້ວຍໄລຍະທາງ 139.18 ກິໂລແມັດ ເຊິ່ງຄາດວ່າຈະມີການນໍາທຶ ຈາກສະຖາບັນການເງິນສາກົນມາກໍ່ສ້າງໃນພາກສ່ວນນີ້.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024. - Visit Laos Visit SALANA BOUTIQUE HOTEL - ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024.

ໂຄງການດັ່ງກ່າວຈະມີມູນຄ່າການລົງທຶນທັງໝົດປະມານ 5 ຕື້ໂດລາສະຫະລັດ, ໄລຍະທາງລວມທັງໝົດແຕ່ນະຄອນຫຼວງວຽງຈັນ ສປປ ລາວ ໄປຫາທ່າເຮືອຫວຸງອາງ ແຂວງຮາຕິງ ສສ ຫວຽດນາມ ປະມານ 544 ກິໂລແມັດ.

ເສັ້ນທາງລົດໄຟລາວ-ຫວຽດນາມ ດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ Lao Logistics Link (LLL)  ຄູ່ຮ່ວມມືກັບລັດຖະບານລາວ ແລະ ຫວຽດນາມ ເພື່ອພັດທະນາ ແລະ ດໍາເນີນທຸລະກິດ.

ການພັດທະນາໂຄງສ້າງທາງລົດໄຟລາວ-ຫວຽດນາມ ແມ່ນຫນຶ່ງໃນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ໃນການບັນລຸວິໄສທັດຂອງລັດຖະບານລາວ ແລະ ຍຸດທະສາດການ ພັດທະນາປະເທດຊາດ ວ່າດ້ວຍການຫັນປ່ຽນລາວທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ສອງປະເທດໃນການຈັດຕັ້ງປະຕິບັດໂຄງການ.

ທີ່ມາ: ວຽງຈັນທາຍ

 

ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024. - 5 - ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມຕົ້ນດໍາເນີນການກໍ່ສ້າງໃນລະຫວ່າງປາຍປີ 2023 -ຕົ້ນປີ 2024.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!