ຫລາຍປະເທດເລັ່ງອົບພະຍົບປະຊາຊົນອອກຈາກຊູດັງ ຫລັງການປະທະລະຫວ່າງສອງກຸ່ມທະຫານບໍ່ມີທ່າທີສິ້ນສຸດ

ຫລາຍອາທິດຜ່ານມາ, ທາງການຂອງຫລາຍປະເທດທົ່ວໂລກເລັ່ງອົບພະຍົບປະຊາຊົນ ແລະ ເຈົ້າໜ້າທີ່ຂອງໜ່ວຍງານລັດອອກຈາກຊູດັງ ຫລັງການສູ້ຮົບລະຫວ່າງກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ທີ່ປ່ຽນນະຄອນຫລວງຄາທູມໃຫ້ກາຍເປັນສະໜາມຮົບເລືອດຍັງບໍ່ມີທ່າທີຈະສິ້ນສຸດລົງ.
ຫລາຍປະເທດໄດ້ນໍາເອົາເຮືອບິນມາລົງຈອດ ແລະ ຈັດຂະບວນລົດໃນນະຄອນຫລວງຄາທູມ ເພື່ອເລີ່ມການອົບພະຍົບພົນລະເມືອງຂອງຕົນອອກຈາກຊູດັງ ໂດຍສໍານັກຂ່າວ Reuters ລາຍງານວ່າ: ມີຊາວຕ່າງປະເທດທີ່ໄດ້ຮັບບາດເຈັບຈາກເຫດການສູ້ຮົບນໍາ, ຂະນະທີ່ສຽງປືນຍັງດັງສະໜັ່ນທົ່ວເມືອງ ບວກກັບຮູບຂອງຄວັນດໍາລອຍຂຶ້ນສູ່ທ້ອງຟ້າ.
ອາເມລິກາເປີດເຜີຍວ່າ: ກອງກໍາລັງພິເສດໄດ້ໃຊ້ເຮລິບກົບແຕ MH-47 Chinook ມາຮັບພົນລະເມືອງເກືອບ 100 ຄົນໃນນະຄອນຫລວງຄາທູມ ໂດຍໃຊ້ເວລາພຽງ 1 ຊົ່ວໂມງເທົ່ານັ້ນ.
ສໍາລັບອັງກິດ, ນາຍົກລັດຖະມົນຕີ ຣິຊີ ຊູນັກ ເປີດເຜີຍວ່າ: ກອງກໍາລັງຂອງອັງກິດໄດ້ດໍາເນີນການອົບພະຍົບນັກການທູດ ແລະ ຄອບຄົວອອກຈາກຊູດັງຮຽບຮ້ອຍແລ້ວ, ສ່ວນເຢຍລະມັນ ແລະ ຝຣັ່ງປະກາດເຊັ່ນກັນວ່າ: ທາງການກໍາລັງດໍາເນີນການອົບພະຍົບພົນລະເມືອງຂອງປະເທດ ລວມທັງປະຊາຊົນຈາກປະເທດອື່ນໆ. ສ່ວນປະເທດໃນສະຫະພາບເອີຣົບ (EU) ອື່ນໆ ລວມທັງອີຕາລີ, ໂຮນລັງ ແລະ ເກຣັກ ເປີດເຜີຍວ່າ: ທາງການຢູ່ລະຫວ່າງວາງແຜນອົບພະຍົບປະຊາຊົນ.
ປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ເປີດເຜີຍວ່າ: ເຮືອບິນຂອງຝຣັ່ງທີ່ບັນທຸກປະຊາຊົນປະມານ 100 ຄົນຈາກຫລາຍປະເທດໄດ້ລົງຈອດໃນຈິບູຕີ ປະເທດໃນອາຟຣິກາຕາເວັນອອກຮຽບຮ້ອຍແລ້ວ, ສ່ວນຖ້ຽວບິນທີ 2 ເຊິ່ງຈະອົບພະຍົບປະຊາຊົນອີກປະມານ 100 ຄົນຄາດວ່າຈະເດີນທາງອອກຈາກຊູດັງໄດ້ໃນຕອນຄໍ່າວັນທີ 23 ເມສາ ຕາມເວລາທ້ອງຖິ່ນ.
ສໍານັກຂ່າວ Al Jazeera ລາຍງານວ່າ: ມີຜູ້ພົບເຫັນຂະບວນລົດຂອງອົງການສະຫະປະຊາຊາດ (UN) ເດີນທາງອອກຈາກນະຄອນຫລວງຄາທູມ ມຸ່ງໜ້າໄປເມືອງພອດຊູດັງ (Port Sudan) ໃນທະເລແດງ ໂດຍຂະບວນລົດດັ່ງກ່າວໄດ້ພາພົນລະເມືອງຈາກຫລາຍປະເທດທົ່ວໂລກໄປນໍາ.
ຕວກກີເລີ່ມປະຕິບັດການອົບພະຍົບປະຊາຊົນໃນວັນທີ 23 ເມສາ ໂດຍໃຊ້ຖະໜົນຈາກເມືອງວັດມາດານີ (Wad Madani) ເຊິ່ງຢູ່ທາງຕອນໃຕ້, ແຕ່ພາຍຫລັງໄດ້ມີການເລື່ອນການອົບພະຍົບໃນພື້ນທີ່ໜຶ່ງຂອງນະຄອນຫລວງຄາທູມ ເນື່ອງຈາກເກີດເຫດລະເບີດຂຶ້ນຫລາຍເທື່ອໃກ້ກັບມັດສະຢິດແຫ່ງໜຶ່ງ ເຊິ່ງເປັນຈຸດນັດລວມພົນຂອງປະຊາຊົນທີ່ກຽມເດີນທາງອອກຈາກຊູດັງ.
ສ່ວນກະຊວງການຕ່າງປະເທດຂອງແອັສປາຍ ລະບຸວ່າ: ມີຜູ້ອົບພະຍົບປະມານ 100 ຄົນທີ່ໄດ້ເດີນທາງອອກຈາກນະຄອນຫລວງຄາທູມດ້ວຍເຮືອບິນທະຫານຂອງແອັສປາຍ ໂດຍມີປະຊາຊົນ 30 ກວ່າຄົນທີ່ເປັນຊາວແອັສປາຍ ສ່ວນທີ່ເຫລືອນັ້ນເປັນພົນລະເມືອງຈາກປັອກຕຸຍການ, ອິຕາລີ, ໂປໂລຍ, ອຽກລັງ, ແມັກຊິກ, ເວເນຊູເອລາ, ໂກລົມບີ ແລະ ອາກຊັງຕິນ.
ເຈົ້າໜ້າທີ່ໃນຈໍແດນກ່າວວ່າ: ເຮືອບິນ 4 ລໍາຂອງປະເທດໄດ້ລົງຈອດຢູ່ສະໜາມບິນທະຫານອໍາມານ ເພື່ອອົບພະຍົບຊາວຈໍແດນ 343 ຄົນຈາກພອດຊູດັງ, ສ່ວນເອຢິບ ເຊິ່ງມີພົນລະເມືອງຫລາຍກວ່າ 10.000 ຄົນໃນຊູດັງ ໄດ້ປະກາດເຕືອນໃຫ້ປະຊາຊົນທີ່ກະຈາຍຕົວຢູ່ໃນຫລາຍເມືອງນອກເໜືອຈາກນະຄອນຫລວງຄາທູມເດີນທາງໄປສໍານັກງານກົງສຸນໃນພອດຊູດັງ ແລະ ເມືອງວາດີຮາຟາ (Wadi Halfa) ເພື່ອກຽມອົບພະຍົບ.
ຊາອຸດິອາຣະບີລາຍງານໃນວັນທີ 22 ເມສາວ່າ: ທາງການໄດ້ອົບພະຍົບປະຊາຊົນທັງໝົດ 157 ຄົນ ໂດຍ 91 ຄົນເປັນຊາວຊູດັງ ສ່ວນທີ່ເຫລືອເປັນພົນລະເມືອງຂອງປະເທດອື່ນໆ.
ການາ, ອິນເດຍ ແລະ ລິບີ ເປີດເຜີຍວ່າ: ທາງການກໍາລັງດໍາເນີນການເພື່ອອົບພະຍົບປະຊາຊົນກັບປະເທດ, ສ່ວນທ່ານ ອັງເດຣ ເຊີໂນໂວລ (Andrey Chernovol) ເອກອັກຄະລັດຖະທູດຣັດເຊຍປະຈໍາຊູດັງ ເປີດເຜີຍວ່າ: ພົນລະເມືອງຣັດເຊຍເກືອບທັງໝົດໃນນະຄອນຫລວງຄາທູມຖືກອົບພະຍົບໄປຢູ່ອາຄານສະຖານທູດຣັດເຊຍເພື່ອຄວາມປອດໄພແລ້ວ.
ຄວາມຂັດແຍ່ງທີ່ເກີດຂຶ້ນນັບແຕ່ວັນທີ 15 ເມສາ ສົ່ງຜົນໃຫ້ວິກິດດ້ານມະນຸດສະທໍາຢູ່ຊູດັງຮ້າຍແຮງໄປກວ່າເກົ່າ ໂດຍມາຮອດປັດຈຸບັນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 420 ຄົນ, ຫລາຍພື້ນທີ່ທົ່ວປະເທດເຕັມໄປດ້ວຍອາຄານທີ່ເປ່ເພເສຍຫາຍ. ຂະນະທີ່ຮ້ານຄ້າຫລາຍແຫ່ງຖືກປຸ້ນເອົາສິນຄ້າໄປໝົດ, ການເປັນຢູ່ຂອງຊາວເມືອງເປັນໄປດ້ວຍຄວາມຍາກລໍາບາກ, ປະຊາຊົນຫລາຍລ້ານຄົນຕ້ອງເກັບຕົວຢູ່ແຕ່ເຮືອນເພື່ອຄວາມປອດໄພ ທ່າມກາງສະບຽງນໍ້າ ແລະ ອາຫານທີ່ຫລຸດໜ້ອຍລົງເລື້ອຍໆ.
ອ້າງອີງ: