ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ

ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ - thumb - ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ
ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ - kitchen vibe - ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ

ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ຕົກລົງຈະຢຸດຍິງເປັນເວລາ 72 ຊົ່ວໂມງ ໂດຍເລີ່ມແຕ່ວັນທີ 25 ເມສາ. ຂະນະທີ່ຫລາຍປະເທດທົ່ວໂລກໄດ້ສົ່ງເຮືອບິນ, ເຮືອ ແລະ ຂະບວນລົດ ມາຮັບພົນລະເຮືອນຂອງຕົນອອກຈາກຊູດັງ ທ່າມກາງສະຖານະການຄວາມຮຸນແຮງທີ່ຍືດເຍື້ອມາເປັນເວລາກວ່າ 1 ອາທິດແລ້ວ.

ກອງກໍາລັງ RSF ຢືນຢັນຈະດໍາເນີນຕາມຂໍ້ຕົກລົງຢຸດຍິງ ເຊິ່ງມີຜົນນັບແຕ່ທ່ຽງຄືນຂອງວັນທີ 25 ເມສາ ຕາມເວລາທ້ອງຖິ່ນ ເພື່ອເປີດທາງສູ່ການໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາ.

ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ - Visit Laos Visit SALANA BOUTIQUE HOTEL - ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ

ສ່ວນກອງທັບຊູດັງກ່າວວ່າ: ກອງກໍາລັງຕົກລົງຈະຢຸດຍິງເຊັ່ນກັນ. ພ້ອມເປີດເຜີຍວ່າ: ອາເມລິກາ ແລະ ຊາອຸດິອາຣະບີໄດ້ເຂົ້າມາເປັນຄົນກາງເຈລະຈາໃຫ້ເກີດການຢຸດຍິງ ໂດຍທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ເປັນຜູ້ປະກາດຂໍ້ຕົກລົງດັ່ງກ່າວໃນຄັ້ງທໍາອິດ ກ່ອນທຸກຝ່າຍຈະຮ່ວມຫາລືກັນຢ່າງເຂັ້ມງວດເປັນເວລາ 2 ວັນ ຈົນເກີດເປັນຂໍ້ຕົກລົງຢຸດຍິງໃນຄັ້ງນີ້.

ອ້າງອີງ:

https://www.reuters.com/…/countries-rush-sudan…/

https://www.aljazeera.com/…/us-says-sudan-factions…

ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ - 3 - ສອງກຸ່ມທະຫານຊູດັງຕົກລົງຢຸດຍິງ 72 ຊົ່ວໂມງ ຂະນະທີ່ຫລາຍປະເທດເລັ່ງອົບພະຍົບຄົນອອກຈາກປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!