ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ

ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ - 343472722 250100837528709 1480794153712080653 n - ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ
ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ - kitchen vibe - ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ

ວັນທີ 25 ເມສາ 2023 ຜ່ານມາ, ນະຄອນຫລວງວຽງຈັນ ຈັດການສອບເສັງຄັດເລືອກເພື່ອບັນຈຸລັດຖະກອນຄູໃໝ່ ປະຈຳປີ 2023 ໂດຍການເປັນປະທານ ຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ.

ທ່ານ ສົມພອນ ສອນດາລາ ໄດ້ກ່າວວ່າ: ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດຕາມກະຊວງສຶກສາທິການ ແລະ ກິລາ ວາງອອກ, ເຊິ່ງມີນັກສອບເສັງເຂົ້າບັນຈຸລັດຖະກອນ 297 ຄົນ, ຍິງ 233 ຄົນ, ໃນນີ້ຄັດເລືອກເອົາພຽງ 16 ຄົນ, ສະນັ້ນ ການສອບເສັງຂອງພວກເຮົາກໍເປັນບັນຫາໜຶ່ງທີ່ທ້າທາຍຕໍ່ຄູອາສາສະໝັກ ເນື່ອງຈາກໂຕເລກໂຄຕາຂອງພວກເຮົາມີໜ້ອຍ ແຕ່ນັກສອບເສັງ ມີຫລາຍກວ່າ ປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ມີຄູອາສາສະໝັກທັງໝົດ 458 ຄົນ. ໃນການສອບເສັງໃນຄັ້ງນີ້ແມ່ນຄັດເລືອດເອົາບາງວິຊາທີ່ຈຳເປັນ ເປັນຕົ້ນແມ່ນ: ຄູປະຖົມ, ຄູອະນຸບານ ແລະ ຄູມັດທະຍົມ ເຊິ່ງຄູມັດທະຍົມກໍຈະມີບາງວິຊາເຊັ່ນ: ເຄມີສາດ, ຊີວະສາດ, ຟິຊິກສາດ ແລະ ສິລະປະ ຢ່າງໃດກໍຕາມ ທາງພະແນກສຶກສາທິການ ແລະ ກິລາ ມີຄວາມຕ້ອງການຄູປະມານ 814 ຄົນ ເພື່ອສິດສອນນັກຮຽນ.

ໃນການສອບເສັງໃນຄັ້ງນີ້ລວມມີ 3 ພາກຄື: ພາກທິດສະດີ 50 ຄະແນນ, ພາກປະຕິບັດຕົວຈິງ 30 ຄະແນນ ແລະ ພາກສຳພາດ 20 ຄະແນນ

ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ - 3 - ນະຄອນຫລວງວຽງຈັນ ມີນັກສອບເສັງບັນຈຸເຂົ້າລັດຖະກອນ 297 ຄົນ ຄັດເລືອກເອົາພຽງ 16 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!