ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ

ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ - 342379618 195981469863058 8536531654237188813 n e1682742844214 - ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ
ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ - kitchen vibe - ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ

ທ່ານ ສົມສະໜຸກ ໄຊອຸດົມ ເຈົ້າເມືອງ ເມືອງບໍ່ແຕນ ໄດ້ລາຍງານວຽກງານທີ່ພົ້ນເດັ່ນໃນໄລຍະ 4 ເດືອນຕົ້ນປີ 2023  ໃນໂອກາດທີ່ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ລົງພົບປະໂອ້ລົມ ການນໍາຫຼັກແຫຼ່ງເມືອງໃນວັນທີ 26 ເມສາ ຜ່ານມາ, ເຊິ່ງທ່ານໄດ້ຍົກໃຫ້ເຫັນການຂະຫຍາຍຕົວຂອງເສດຖະກິດເປັນຕົ້ນແມ່ນການຜະລິດສະບຽງອາຫານແມ່ນຍັງສາມາດກຸ້ມຕົນເອງໄດ້, ການລ້ຽງສັດໃຫຍ່ຍັງເປັນທ່າແຮງສໍາຄັນຂອງປະຊາຊົນ ປັດຈຸບັນມີສັດລ້ຽງປະເພດງົວ-ຄວາຍ ທັງໝົດ 50 ພັນກວ່າໂຕ, ໄດ້ຈັດການເຄື່ອນຍ້າຍສັດອອກໄປຕ່າງແຂວງ ຈໍານວນ 1.435 ໂຕ, ມູນຄ່າ 4.323 ລ້ານກີບ, ໄປພ້ອມກັນນີ້ ການປູກພືດອຸດສາຫະກຳ ເປັນຕົ້ນແມ່ນມັນຕົ້ນ ມີເນື້ອທີ່ 3.500 ເຮັກຕາ, ເພີ່ມຂຶ້ນ 700 ກວ່າເຮັກຕາ ແລະ ການປູກສາລີມີເນື້ອທີ່ 500 ເຮັກຕາ, ສໍາລັບການຜະລິດລະດູແລ້ງ ໄດ້ເລັ່ງໃສ່ເຂດທີ່ມີເງື່ອນໄຂສະໜອງນໍ້າຊົນລະປະທານ ໂດຍສະເພາະນາແຊງ ແລະ ພືດລະດູແລ້ງຕ່າງໆເຊັ່ນ: ປູກສາລີຫວານ, ປູກຜັກກິນໃບຕ່າງໆ ຊຶ່ງສາມາດສະໜອງພາຍໃນເມືອງ ແລະ ສົ່ງອອກຕ່າງເມືອງໄດ້ຈໍານວນໜຶ່ງ, ສໍາລັບການເຝົ້າລະວັງໄຟໄໝ້ລາມປ່າແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ ສົມທົບກັບອົງການປົກຄອງບ້ານ, ປະຊາຊົນ ໄດ້ມີການຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ເມື່ອເຫັນສະພາບໄຟໄໝ້ປ່າຢູ່ບ່ອນໃດ ເມືອງກໍສົມທົບກັບອົງການປົກຄອງບ້ານ, ປະຊາຊົນຢູ່ບ່ອນນັ້ນ ຊ່ວຍກັນດັບມອດຢ່າງເຕັມກຳລັງ, ແຕ່ກໍຍັງມີສະພາບໄຟໄໝ້ ສາເຫດແມ່ນຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດສວນ, ຊອກຢູ່ຫາກິນ ແລະ ອື່ນໆ, ມີເນື້ອທີ່ປ່າໄມ້ຖືກໄຟໄໝ້ທັງໝົດ 1.121 ເຮັກຕາ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ໄດ້ໂອ້ລົມຕໍ່ການນໍາຂອງເມືອງບໍ່ແຕນ ພ້ອມທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຮັບປະກັນເຮັດໃຫ້ເມືອງມີຄວາມສະຫງົບປອດໄພຮອບດ້ານ, ກໍາໃຫ້ໄດ້ກຸ່ມເປົ້າໝາຍຕ່າງໆ, ຕັ້ງໜ້າແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວກໍາລັງປະກອບອາວຸດ ແລະ ປະຊາຊົນໃນແຕ່ລະບ້ານ, ຊຸກຍູ້ສົ່ງເສີມປະຊາຊົນປູກພືດອຸດສາຫະກໍາໄລຍະກາງ ແລະ ໄລຍະຍາວ, ການລ້ຽງສັດແມ່ນໃຫ້ຫັນໄປສູ່ເຕັກນິກໃໝ່ທີ່ມີຄຸນນະພາບສູງ ແລະ ເອົາໃຈໃສ່ຕື່ມໃນການກວດກາເນື້ອທີ່ດິນ ແລະ ປ່າໄມ້ຫວງຫ້າມ.

ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ - Visit Laos Visit SALANA BOUTIQUE HOTEL - ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ
ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ - 3 - ເນື້ອທີ່ປ່າໄມ້ເມືອງບໍ່ແຕນ ຖືກໄຟໄໝ້ປະມານ 1.121 ເຮັກຕາ ສາເຫດຍ້ອນມີກຸ່ມຄົນຈໍານວນໜຶ່ງໄດ້ມີການລັກລອບຈູດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!