ລາວ-ຫວຽດນາມ ເອກະພາບກັນຕໍ່ກັບແຜນການວຽກງານຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວ


ໃນວັນທີ 29 ເມສາ 2023, ໄດ້ຈັດກອງປະຊຸມສະຫລຸບການພົບປະເຮັດວຽກຂອງຄະນະຜູ້ແທນ ກະຊວງ ປກສ ລາວ ກັບ ກະຊວງ ປກສ ຫວຽດນາມກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈຳຕົວທັນສະໄໝ ວັນທີ 23-29 ເມສາ 2023. ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ລາວ ແລະ ທ່ານ ພົຈວ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕຳຫລວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກະຊວງ ປກສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ທ່ານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ລາວ ກ່າວວ່າ: ຜົນຂອງການພົບປະເຮັດວຽກງານຂອງຜູ້ແທນທັງສອງຝ່າຍ ລາວ-ຫວຽດນາມມີຄື: ໂດຍທັງສອງຝ່າຍ ລາວ-ຫວຽດນາມໄດ້ເອກະພາບກັນຕໍ່ກັບແຜນການປະຕິບັດວຽກງານຮ່ວມກັບກົມວິຊາສະເພາະທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມນິຕິກໍາ ແລະ ກົດໝາຍ, ກົມສື່ສານ, ກົມໃຫຍ່ການເມືອງ ປກສ. ນອກນັ້ນ, ໄດ້ເຮັດວຽກງານນຳກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກະຊວງເທັກໂນໂລຊີ; ເອກະພາບແຜນການລົງເຄື່ອນໄຫວສຳຫລວດເກັບກຳຂໍ້ມູນຢູ່ທ້ອງຖິ່ນ ແລະ ກວດກາພື້ນຖານໂຄງລ່າງ, ອຸປະກອນເຕັກນິກ ແລະ ຂັ້ນຕອນການປະຕິບັດວຽກວິຊາສະພາະກ່ຽວກັບການຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວໃນວັນທີ 26-28 ເມສາ 2023 ຢູ່ 4 ແຂວງ ຄື: ແຂວງບໍ່ແກ້ວ, ແຂວງຫລວງນໍ້າທາ, ແຂວງຫລວງພະບາງ ແລະ ແຂວງຄຳມ່ວນ
ພ້ອມນັ້ນ, ກໍໄດ້ເຂົ້າຊົມຖານຂໍ້ມູນຄຸ້ມຄອງ ພົນລະເມືອງ ແລະ ອອກບັດປະຈໍາຕົວ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ສະເໜີໃຫ້ເອົາໃຈໃສ່ 5 ຫລັກການໃນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວຄື: ນິຕິກຳເປັນບ່ອນອີງ, ການໂຄສະນາສ້າງຄວາມຮັບຮູ້-ເຂົ້າໃຈທົ່ວສັງຄົມ, ບຸກຄະລາກອນທີ່ຊຳນານງານ ແລະ ເປັນມືອາຊີບ, ວຽກງານປະສານສົມທົບ ແລະ ມີຄວາມເປັນເອກະພາບກັບຂະແໜງການທີ່ກ່ຽວຂ້ອງ, ອຸປະກອນເຕັກນິກ ເເລະ ງົບປະມານສ້ອມແປງ ເເລະ ບໍາລຸງຮັກສາ ແຕ່ສູນກາງຮອດທ້ອງຖິ່ນ.