ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ

ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ - images 2 - ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ
ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ - kitchen vibe - ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ
  • ໝາກໄມ້ທີ່ມີນ້ໍາຕານສູງ

ຖົ່ວລຽນ, ລຳໄຍ, ໝາກມີ້ ທີ່ຕ້ອງຄວບຄຸມປະລິມານ ແລະ ບໍ່ຄວນກິນຫຼາຍຈົນເກີນໄປ ເພາະຖ້າເຮົາກິນຫຼາຍ ຈະມີການສະສົມຈົນເຮັດໃຫ້ຕຸ້ຍໄດ້ ແລະ ອາດຈະສົ່ງຜົນກະທົບຕໍ່ພະຍາດອື່ນໆເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ ເປັນຕົ້ນ ແຕ່ສໍາລັບໄລຍະຮ້ອນແລ້ວເຮົາ​ຄວນ​ຫຼຸດ​ການ​ກິນຖົ່ວລຽນ​ໃຫ້​ໜ້ອຍ​ລົງ ເພາະອາດເຮັດໃຫ້ເກີດອາການຮ້ອນໃນ, ເຈັບຄໍ, ໄອ, ໄຂ້, ເຈັບຫົວ, ຈຸກແໜ້ນທ້ອງ, ຄັນຕົນຄັນໂຕ ຫຼື ຕາແດງໄດ້.

  • ອາຫານມັນ ອາຫານທອດ

ອາຫານຈຳພວກຂອງມັນຂອງທອດ ເຮັດໃຫ້ຮ່າງກາຍໄດ້ຮັບພະລັງງານທີ່ສູງຂຶ້ນ ໂດຍສະເພາະໃນເວລາທີ່ປະເຊີນກັບສະພາບອາກາດຮ້ອນ ເຮັດໃຫ້ເກີດຄວາມສ່ຽງຕໍ່ການເປັນຮ້ອນໃນ ເຈັບຄໍ ແລະ ນໍ້າໜັກເພີ່ມຂຶ້ນ ຈົນຕຸ້ຍໄດ້, ໃນຂະນະທີ່ຜັກບົ່ວ ແລະ ຜັກທຽມສາມາດເຮັດໃຫ້ເກີດຄວາມຮ້ອນໃນຮ່າງກາຍໄດ້ ດັ່ງນັ້ນ ບໍ່ຄວນກິນໃນປະລິມານທີ່ຫຼາຍເກີນໄປ.

  • ເຄື່ອງດື່ມປະເພດທາດເຫຼົ້າ

ຊ່ວຍເພີ່ມຄວາມອົບອຸ່ນໃຫ້ກັບຮ່າງກາຍ ທາດເຫຼົ້າເຮັດໃຫ້ຮ່າງກາຍຮູ້ສຶກຮ້ອນວູບຈາກການຂະຫຍາຍຕົວຢ່າງໄວວາຂອງເສັ້ນເລືອດ ເນື່ອງຈາກຮ່າງກາຍມີການສູນເສຍນ້ຳຫຼາຍກວ່າປົກກະຕິ ແລະ ຖ້າຫາກມີພະຍາດປະຈຳຕົວ ເຊັ່ນ: ພະຍາດຄວາມດັນເລືອດສູງ ພະຍາດຫົວໃຈ ຈະເຮັດໃຫ້ເກີດການເພີ່ມແຮງດັນເລືອດ ຈົນສາມາດເຮັດໃຫ້ເສັ້ນເລືອດແຕກໄດ້ ສົ່ງຜົນໃຫ້ເສຍຊີວິດ ຫຼື ເປັນອໍາມະພາດ.

ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ - 4 - ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ
ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ - 3 - ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ
ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ - 5 - ອາ​ຫານ​ທີ່ບໍ່​ຄວນກິນໃນໄລຍະອາກາດຮ້ອນ