ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ

ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - b99089af c616 47db bc28 9be8615a075b - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ
ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - kitchen vibe - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ
  • ບໍ່ມີການຜ່ອນຜັນ: ຄວາມເຖົ້າແກ່ຂອງສັງຄົມຍັງສືບຕໍ່ຢູ່ໃນຈັງຫວະທີ່ບໍ່ປ່ຽນແປງ – ເຖິງແມ່ນວ່າຈະມີ Covid 19 ກໍຕາມ
  • ສະຖານະການທີ່ບໍ່ສາມາດດຳເນີນການໄດ້ ໃນສະພາວະທີ່ວຸ່ນວາຍ: ລະບົບເງິນບໍານານ ໃນທົ່ວໂລກຄ້າຍຄືກັບໂຄງການກໍ່ສ້າງຂະຫນາດໃຫຍ່ທີ່ບໍ່ມີກຳນົດການສຳເລັດທີ່ຊັດເຈນ – ມີພຽງແຕ່ບາງປະເທດເທົ່ານັ້ນທີ່ກຽມພ້ອມສໍາລັບການປ່ຽນແປງທາງດ້ານປະຊາກອນ ໃນອະນາຄົດ.
  • ທົບທວນຄືນໃຫມ່: ການປະເມີນຄືນການເຮັດວຽກຂອງສັງຄົມແມ່ນການປັບຕົວທີ່ສໍາຄັນ ສໍາລັບລະບົບເງິນບໍານານໃນອະນາຄົດ
  • ລະບົບເງິນບໍານານຂອງລາວໄດ້ຄະແນນ4 – ຄວາມພຽງພໍຂອງລະບົບບໍານານ ແມ່ນສາເຫດຫຼັກທີ່ໜ້າເປັນກັງວົນ

 

ວັນທີ 19 ເມສາ 2023 Allianz ໄດ້ເປີດຕົວບົດລາຍງານກ່ຽວກັບແຜນເງິນບໍານານທົ່ວໂລກສະບັບທີສອງ, ເຊິ່ງໄດ້ ວິເຄາະ 75 ລະບົບບໍານານໃນທົ່ວໂລກໂດຍນໍາໃຊ້ດັດຊະນີ Allianz Pension Index (API). ດັດ​ຊະ​ນີດັ່ງກ່າວ​ປະ​ກອບ​ດ້ວຍ​ສາມ​ເສົາ​ຄ້ໍາ​: ການ​ວິ​ເຄາະ​ຂ້ໍມູນ​ພື້ນ​ຖານດ້ານ​ປະຊາກອນ ​ແລະ ​ສະ​ພາບ​ການ​ເງິນ ລວມເຖິງ​ການ​ກໍາ​ນົດ​ຄວາມ​ຍືນ​ຍົງ (ເຊັ່ນ​: ເງິນ​ທຶນ ​ແລະ ​ໄລ​ຍະ​ການ​ປະ​ກອບ​ສ່ວນ​) ແລະ ​ຄວາມ​ພຽງ​ພໍ (ເຊັ່ນ​ລະ​ດັບ​ຂອງ​ການ​ກະ​ຈາຍ ​ແລະ ​ລະ​ດັບ​ບໍາ​ນານ​) ຂອງ​ລະ​ບົບ​ບໍາ​ນານ​. ຈໍານວນທັງຫມົດ 40 ຕົວກໍານົດໄດ້ຖືກນຳມາວິເຄາະ, ເຊິ່ງມີມູນຄ່າຕັ້ງແຕ່ 1 (ດີຫຼາຍ) ຫາ 7 (ບໍ່ດີຫຼາຍ). ໃນຜົນລວມແບບຖ່ວງນ້ໍາຫນັກຂອງຕົວກໍານົດ/ຕົວແປທັງຫມົດ, ການປະເມີນຜົນຂອງ ລະບົບໄດ້ຖືກສັງລວມຊັດເຈນອອກມາເປັນຄະແນນລວມດຽວ.

ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - Visit Laos Visit SALANA BOUTIQUE HOTEL - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ
ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - Visit Laos Visit SALANA BOUTIQUE HOTEL - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ

ບໍ່ມີການຜ່ອນຜັນ

ການແຜ່ລະບາດຂອງພະຍາດໂຄວິດ19 ໄດ້ເຮັດໃຫ້ອັດຕາການມີອາຍຸຍືນໃນຫຼາຍປະເທດຫຼຸດລົງ; ໃນບາງປະເທດ (ຈຳນວນໜ້ອຍ) ຈຳນວນປະຊາກອນເກີດໃໝ່ເພີ່ມຂຶ້ນຫລາຍໃນຊ່ວງຫຼັງສົງຄາມໂລກ ຄັ້ງທີ່ II (baby boom) ສາມາດເກັບກຳໄດ້. ແນວໃດກໍ່ຕາມ, ນີ້ແມ່ນພຽງແຕ່ການຢຸດຊະງັກໄລຍະສັ້ນຂອງແນວໂນ້ມຂອງຜູ້ສູງອາຍຸໃນສັງຄົມທີ່ຍັງສືບຕໍ່ ແລະ ມີທ່າອ່ຽງເພີ່ມສູງຂຶ້ນ, (ສາມາດອ່ານໄດ້ໃນເອກະສານກ່ຽວກັບຜູ້ສູງອາຍຸໃນທົ່ວໂລກ[1] ຂອງອັດຕາສ່ວນການເພິ່ງພາອາໄສກັນ) ໃນປີ 2050, ຄາດວ່າຈະເພີ່ມຂຶ້ນຈາກ 15,1% ໃນມື້ນີ້ເປັນ 26,3%; ໃນປີ 2019, ເພີ່ມຂຶ້ນເປັນ “ພຽງແຕ່” 25.3% ໄດ້ຖືກຄາດຄະເນໄວ້. “ຂໍ້ມູນຫລ້າສຸດຈາກຈີນ, ເກົາຫຼີ ຫຼື ອີຕາລີ, ຕົວຢ່າງ, ຊີ້ໃຫ້ເຫັນເຖິງຄວາມໄວຂອງການປ່ຽນແປງທາງດ້ານປະຊາກອນ,” Michaela Grimm, ຜູ້ຮ່ວມຂຽນ ບົດລາຍງານກ່າວວ່າ. “ໂດຍສະເພາະ, ອັດຕາການເກີດແມ່ນບໍ່ໄດ້ດີກວ່າທີ່ຄາດໄວ້, ເຖິງວ່າຈະມີຄວາມ ພະຍາຍາມໃນການອອກບັນດານະໂຍບາຍກ່ຽວກັບຄອບຄົວ, ແຕ່ບໍ່ໄດ້ຊ່ວຍບັນເທົາສະຖານະການ; ພວກເຮົາຕ້ອງປະເຊີນກັບຄວາມເປັນຈິງ: ສັນຍາລະຫວ່າງຮຸ່ນຄົນຈິ່ງມີຄວາມບອບບາງ. ຄົນຮຸ່ນໜຸ່ມ (Ge Y) ແລະ Gen Z ໂດຍສະເພາະ ໄດ້ຖືກຮຽກຮ້ອງໃຫ້ສະຫນອງການປະກອບສ່ວນຫຼາຍກວ່າເກົ່າຂອງການແກ່ຊະລາຂອງພວກເຂົາໃນອະນາຄົດ. ຄວາມເປັນຈິງທີ່ຮັບໄດ້ຍາກແມ່ນ: ພວກເຂົາຕ້ອງໄດ້ເຮັດວຽກຍາວນານຂຶ້ນເພື່ອທ້ອນເງິນຫຼາຍຂຶ້ນ ແລະ ເປັນໄປໃນທິດທາງທີ່ມີຈຸດສຸມຫຼາຍຂຶ້ນ”

ສະຖານະການທີ່ບໍ່ສາມາດດຳເນີນການໄດ້ ໃນສະພາວະທີ່ວຸ່ນວາຍ

ຄະແນນລວມແບບບໍ່ຖ່ວງນ້ໍາຫນັກສໍາລັບທຸກລະບົບບໍານານທີ່ໄດ້ມີການສຶກສາແມ່ນ 3.6: ເຊິ່ງເປັນຄະແນນທີ່ບໍ່ພໍໃຈ. ເມື່ອປຽບທຽບກັບບົດລາຍງານຫຼ້າສຸດຂອງພວກເຮົາໃນປີ 2020, ນີ້ສະແດງເຖິງ ການປັບປຸງເລັກນ້ອຍເທົ່ານັ້ນ. ໃນອີກດ້ານໜຶ່ງ, ຜົນໄດ້ຮັບນີ້ບໍ່ຄ່ອຍໜ້າແປກໃຈ: ຫຼັງຈາກ ໂຄວິດ 19, ສົງຄາມ ແລະ ວິກິດການດ້ານພະລັງງານ, ງົບປະມານຂອງບັນດາປະເທດສ່ວນໃຫຍ່ໄດ້ຫຼຸດລົງຕື່ມອີກ. ໃນອີກດ້ານໜຶ່ງທີ່ຫນ້າຜິດຫວັງຫຼາຍ: ຄວາມຕ້ອງການສໍາລັບການປະຕິຮູບລະບົບບໍານານ ແມ່ນບໍ່ມີຄວາມຄືບໜ້າ, ແຕ່ຄໍາເວົ້າແມ່ນບໍ່ຄ່ອຍເປັນໄປຕາມການປະຕິບັດທີ່ມີປະສິດທິພາບ ຫຼື ເວົ້າໄດ້ວ່າການເຮັດວຽກຢູ່ໃນບ່ອນກໍ່ສ້າງແມ່ນເງິນບຳນານບໍ່ມີຄວາມກ້າວຫນ້າ. ຕາມຄວາມເປັນຈິງ, ມີພຽງ ແຕ່ບາງປະເທດເຊັ່ນ ຝຣັ່ງ ຫຼື ຈີນ – ໄດ້ຈັດການກັບການປັບປຸງຄະແນນຂອງພວກເຂົາຢ່າງພົ້ນເດັ່ນໂດຍຜ່ານການປະຕິຮູບ. ປະເທດຝຣັ່ງເກືອບເປັນຕົວຢ່າງຂອງຄວາມຫຍຸ້ງຍາກທາງດ້ານການເມືອງຍ້ອນການປະຕິຮູບດັ່ງກ່າວ, ຍ້ອນວ່າພວກເຂົາຫັນປ່ຽນເສດຖະກິດການເມືອງທີ່ເຄີຍເຮັດມາຕາມປົກກະຕິ: ແທນທີ່ຈະໃຫ້ຜົນປະໂຫຍດໃນມື້ນີ້ເພື່ອແລກປ່ຽນກັບການບັງຄັບໃຊ້ໃນພາຍຫລັງ, ພວກເຂົາ ຮຽກຮ້ອງໃຫ້ມີການບັງຄັບໃຊ້ໃນມື້ນີ້ເພື່ອຫຼີກເວັ້ນການຕັດ ຫຼື ການສູນເສຍມູນຄ່າໃນອະນາຄົດ. ມີພຽງແຕ່ລະບົບເງິນບໍານານຈໍານວນຫນ້ອຍທີ່ເຮັດໄດ້ດີໃນປະຈຸບັນ – ໂດຍສະເພາະແມ່ນປະເທດແດນມາກ, ເນເທີແລນ ແລະ ສວີເດັນ, ມີຄະແນນລວມຕ່ໍາກວ່າ 3 (ເບິ່ງຕາຕະລາງ) – ສະນັ້ນ ຍັງມີສິ່ງໜຶ່ງທີ່ຄືກັນ: ພວກເຂົາກໍານົດເສັ້ນທາງສໍາລັບຄວາມຍືນຍົງໄວ້ລ່ວງໜ້າ ກ່ອນທີ່ລະເບີດເວລາຂອງການປ່ຽນແປງທາງດ້ານປະຊາກອນກຳລັງເດີນໄປງຽບໆ. ດັ່ງນັ້ນເຂົາເຈົ້າຈຶ່ງສາມາດເປັນແບບ ຢ່າງໃຫ້ແກ່ຫຼາຍປະເທດທີ່ກໍາລັງພັດທະນາ, ຜູ້ທີ່ປະເຊີນກັບສິ່ງທ້າທາຍໃນການຊອກຫາ ຄວາມສົມດຸນລະຫວ່າງການເພີ່ມຄວາມພຽງພໍ ແລະ ການຄອບຄຸມ (ການເຂົ້າເຖິງ) ຂອງລະບົບເງິນ ບໍານານຂອງເຂົາເຈົ້າໃນອີກດ້ານໜຶ່ງ ພ້ອມທັງຮັບປະກັນຄວາມຍືນຍົງໄປໃນຕົວ.

ທົບທວນຄືນໃໝ່

ເພີ່ມເຕີມໃສ່ລາຍລະອຽດດ້ານວິຊາການ, ເຊັ່ນ: ລະດັບການປະກອບສ່ວນ ແລະ ກຳນົດເວລາ, ເງື່ອນໄຂທີ່ສໍາຄັນສໍາລັບລະບົບເງິນບໍານານທີ່ຍືນຍົງ ແລະ ພຽງພໍແມ່ນການປະຕິຮູບຕະຫຼາດແຮງງານ, ໂດຍສະເພາະແມ່ນການຫຼຸດຜ່ອນການຈ້າງງານທີ່ບໍ່ເປັນທາງການ ແລະ ການປັບຕົວຂອງຕະຫຼາດ ແຮງງານໃຫ້ເຂົ້າກັບຄວາມຕ້ອງການຂອງປະຊາກອນທີ່ສາມາດອອກແຮງງານ.  ເຕັກໂນໂລຢີໃຫມ່ ແມ່ນກໍານົດເພື່ອອໍານວຍຄວາມສະດວກແລະຊຸກຍູ້ຂະບວນການນີ້, ໃນຂະນະດຽວກັນ, ໃນຕະຫຼາດ ທີ່ເກີດໃຫມ່: “ລະບົບອັດຕະໂນມັດ, ດິຈິຕອນ ແລະ ປັນຍາປະດິດ ແມ່ນເຮັດໃຫ້ເກີດມີການເຂົ້າເຖິງ ການສຶກສາທົ່ວໄປ ແລະ ແນວຄວາມຄິດໃຫມ່ຂອງການເຮັດວຽກ. ໃນປະຈຸບັນການແຍກແບບຂາດຕົວລະຫວ່າງການຈ້າງງານ ແລະ ການກະສຽນບຳນານ ແມ່ນເຮັດໄດ້ໃນກຸ່ມຄົນຈໍານວນຫນ້ອຍເທົ່ານັ້ນ. ລະບົບເງິນບໍານານຂອງອະນາຄົດເລີ່ມຕົ້ນໂດຍການທົບທວນຄືນໃຫມ່ຂອງໂລກການສຶກສາ ແລະ ການເຮັດວຽກສໍາລັບທຸກຄົນ, ກ່ວໂດຍ “Ludovic Subran, ຫົວຫນ້າເສດຖະສາດຂອງ Allianz”.

ພາກພື້ນທີ່ມີສະພາບແຕກຕ່າງກັນກັບຄວາມຕ້ອງການຄືກັນສໍາລັບການສືບຕໍ່ປະຕິຮູບ

15 ປະເທດໃນຕະຫຼາດອາຊີ [2] ທີ່ພວກເຮົາກວມເອົາຢູ່ໃນບົດລາຍງານຂອງພວກເຮົາ. ພາຍໃນ​ປີ 2050, ຈຳນວນ​ຄົນ​ທີ່​ມີ​ອາຍຸ 65 ປີ​ຂຶ້ນ​ໄປ​ໃນ​ບັນດາ​ປະ​ເທດ​ເຫຼົ່າ​ນີ້​ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນສອງເທົ່າຈາກຕົວເລກປະຈຸບັນ 411ລ້ານ​ຄົນ​ ​ເປັນ 838ລ້ານ​ຄົນ ​ໃນ​ປີ 2050, ​ໝາຍວ່າ, ປະເທດເຫຼົ່ານີ້ຈະຮອງຮັບປະຊາກອນໂລກຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນຢູ່ໃນການບຳນານ​ 1,6 ຕື້​ຄົນ. ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອງການມີ​ອາຍຸ​ຍືນ ​ແລະ ​ອັດຕາ​ການ​ຈະເລີນ​ພັນ​ທີ່​ຫຼຸດ​ລົງ, ອັດຕາ​ສ່ວນ​ການ​ເພິ່ງ​ພາກັນຂອງຜູ້​​ສູງ​ອາຍຸ​ສະ​ເລ່ຍ​ໃນ​ກຸ່ມ​ປະ​ເທດ​ນີ້​ຈະ​ເພີ່ມ​ຂຶ້ນ​ຈາກ 16% ເປັນ 34%. ໃນຂະນະທີ່ມີຄວາມແຕກຕ່າງ ທີ່ເຫັນໄດ້ຊັດເຈນລະຫວ່າງປະເທດຈັດຢູ່ໃນລະດັບຂອງອັດຕາສ່ວນການເພິ່ງພາອາໄສກັນຂອງຜູ້ສູງອາຍຸ, ເຊິ່ງຄາດວ່າອັດຕາສ່ວນດັ່ງກ່າວຈະຢູ່ລະຫວ່າງ 15% ໃນປະເທດລາວເຖິງ 79% ໃນປີ 2050, ທຸກໆປະເທດ – ນອກຈາກຍີ່ປຸ່ນທີ່ຖືກຈັດເປັນປະເທດທີ່ມີປະຊາກອນ “ເຖົ້າ” ຢູ່ແລ້ວ – ໂດຍທົ່ວໄປ ແລ້ວແມ່ນມີສັງຄົມສູງໄວໃນສັງຄົມ: ໃນທັງໝົດນັ້ນ ອັດຕາສ່ວນການເພິ່ງພາອາໄສກັນຂອງຜູ້ອາຍຸສູງແມ່ນຫຼາຍກວ່າສອງເທົ່າພາຍໃນໜຶ່ງຮຸ່ນຄົນ.

ຕໍ່ກັບສິ່ງທ້າທາຍນີ້, ມີຄວາມຈຳເປັນອັນຮີບດ່ວນເພື່ອເຮັດໃຫ້ມີການປ້ອງກັນ ຫຼື ຄຸ້ມຄອງລະບົບເງິນ ບໍານານຂອງອາຊີ ໂດຍອີງໃສ່ປັດໄຈດ້ານປະຊາກອນ. ຄະ​ແນນ​ສະ​ເລ່ຍ​ຂອງ​ພາກ​ພື້ນ​ໃນ​ດ້ານ​ຄວາມ​ຍືນ​ຍົງ​ແມ່ນ​ສູງ​ກວ່າ​ຄ່າສະ​ເລ່ຍ​ທົ່ວ​ໂລກພຽງ​ເລັກ​ນ້ອຍ 3,6 ຕໍ່ 3.,7 ຄະແນນ, ໃນ​ຂະ​ນະ​ທີ່​ຄະ​ແນນ​ສະ​ເລ່ຍດ້ານ​ຄວາມ​ພຽງ​ພໍ​ແມ່ນຂ້ອນຂ້າງຕໍ່າ 3,7 ຄະ​ແນນ ເນື່ອງຈາກວ່າ​​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ຍັງ​ຕ້ອງພະຍາຍາມເພີ່ມຕື່ນເພື່ອປັບປຸງຄະແນນນີ້.

ຄວາມຕ້ອງການ​ການ​ປະຕິ​ຮູບ​ແມ່ນ​ແຕກ​ຕ່າງ​ກັນ​ໃນ​ແຕ່ລະ​ປະ​ເທດ ​ໂດຍ​ສະທ້ອນ​ເຖິງ​ລະດັບ​ການ​ພັດທະນາ​ຂອງ​ລະບົບ​ເງິນ​ບໍານານ ​ແລະ ​ໂຄງ​ປະກອບດ້ານ​ອາຍຸ​ຂອງ​ສັງຄົມ. ໃນຕະຫຼາດທີ່ພັດທະນາແລ້ວ, ເຊັ່ນ: ຍີ່ປຸ່ນ, ຮົງກົງ, ສິງກະໂປ ຫຼື ສ.ເກົາຫຼີ, ການສ້າງຄວາມເຂັ້ມແຂງໃຫ້ລະບົບບໍານານ ໃນໄລຍະຍາວແມ່ນສໍາຄັນຫຼາຍ. ນີ້ແມ່ນສະທ້ອນໃຫ້ເຫັນໂດຍຄະແນນຄວາມຍືນຍົງຂອງບັນດາ ປະເທດໃນດັດຊະນີຂອງພວກເຮົາ, ເຊິ່ງຢູ່ໃນຕະຫຼາດທີ່ພັດທະນາແລ້ວໂດຍສ່ວນໃຫຍ່, ນອກຈາກ   ສ. ເກົາຫຼີ ແລະ ໄຕ້ຫວັນ, ແມ່ນມີຕົວເລກຕ່ໍາກວ່າລະດັບສະເລ່ຍທົ່ວໂລກຢູ່ທີ່ 3.7, ຢູ່ລະຫວ່າງ 3.8 ໃນປະເທດຍີ່ປຸ່ນ ແລະ 4.1 ໃນສິງກະໂປ. ໃນທາງກົງກັນຂ້າມ, ຄະແນນດ້ານຄວາມພຽງພໍຢູ່ໃນ ຕະຫຼາດທັງຫມົດນີ້ແມ່ນສູງກວ່າຄ່າສະເລ່ຍທົ່ວໂລກທີ່ 3.4, ຢູ່ລະຫວ່າງ 2.4 ໃນໄຕ້ຫວັນ ແລະ 3.2 ໃນສິງກະໂປ. ໃນຕະຫຼາດທີ່ເກີດໃໝ່ທີ່ມີປະຊາກອນຂ້ອນຂ້າງໜຸ່ມນ້ອຍ, ເຊັ່ນກຳປູເຈຍ, ອິນໂດເນເຊຍ ຫຼື ລາວ, ຜູ້ວາງນະໂຍບາຍຕ້ອງປະເຊີນກັບສິ່ງທ້າທາຍ ໃນການປັບປຸງຄວາມພຽງພໍຂອງລະບົບ ເງິນບໍານານ, ໃນຂະນະດຽວກັນກໍຕ້ອງຮັກສາຄວາມຍືນຍົງໃນໄລຍະຍາວໄປພ້ອມໆກັນ. ການ​ປະຕິ​ຮູບ​ເມື່ອ​ບໍ່​ດົນ​ມາ​ນີ້​ເຊັ່ນ​ການ​ນຳ​ເອົາ​ການ​ປະກອບສ່ວນ​ແບບບັງຄັບ​ໃນ​ກຳປູ​ເຈຍ ຫຼື ​ການ​ຊຸກຍູ້​ການ​ສະໜອງ​ເງິນ​ບໍານານ​ຂອງພາກ​ເອກະ​ຊົນ​ເຊັ່ນ​ໃນ​ປະເທດຈີນ​ຈະ​ຊ່ວຍ​ປັບປຸງ​ຄວາມ​ພຽງພໍ​ຂອງ​ລະບົບ​ເງິນ​ບໍານານ​ເຫຼົ່າ​ນີ້. ແນວໃດກໍ່ຕາມ, ທຸກໆປະເທດແມ່ນມີອາຍຸການບຳນານແບບບັງຄັບ ຫຼື ອາຍຸຂັ້ນຕ່ຳ ເຊິ່ງບໍ່ໄດ້ສະທ້ອນເຖິງການເພີ່ມຂຶ້ນຂອງການມີອາຍຸຍືນ. ການເຊື່ອມໂຍງອາຍຸບໍານານກັບການພັດທະ ນາຂອງການມີອາຍຸຍືນສາມາດຊ່ວຍປັບປຸງຄວາມຍືນຍົງ ໃນໄລຍະຍາວຂອງລະບົບບໍານານ.

 

​ໃນ​ສະພາບ​ການ​ດັ່ງກ່າວ, ການ​ປະຕິ​ຮູບ​ເງິນ​ບຳນານ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ຕະຫຼາດ​ແຮງ​ງານ. ນີ້ບໍ່ພຽງແຕ່ສະເພາະປະເທດທີ່ກຳລັງພັດທະນາເທົ່ານັ້ນ, ມັນຍັງແມ່ນຄວາມຈຳເປັນທີ່ຈະຕ້ອງພະຍາ ຍາມປັບປຸງຕະຫຼາດແຮງງານໃຫ້ເປັນທາງການ, ເນື່ອງຈາກວ່າຈໍານວນປະຊາກອນໃນໄວທີ່ເຮັດວຽກຢູ່ ໃນປະເທດເຫຼົ່ານີ້ສ່ວນໃຫຍ່ຍັງຖືກຈ້າງງານຢູ່ໃນຂະແຫນງທີ່ບໍ່ເປັນທາງການໂດຍບໍ່ມີການຄຸ້ມຄອງໃດໆ ຜ່ານລະບົບປະກັນສັງຄົມ. ແຕ່ມັນຍັງແມ່ນຄວາມຈຳເປັນສໍາລັບຕະຫຼາດທີ່ພັດທະນາແລ້ວໃນພາກພື້ນ, ເຊິ່ງເປັນບ່ອນທີ່ຕະຫຼາດແຮງງານຕ້ອງໄດ້ຮັບການປັບຕົວໃຫ້ສອດຄ່ອງກັບຄວາມຕ້ອງການຂອງການປ່ຽນແປງໄວດ້ານອາຍຸຂອງປະຊາກອນທີ່ສາມາດອອກແຮງງານ,  ໂດຍສະເພາະແມ່ນຕໍ່ກັບກໍລະນີທີ່ຕ້ອງໄດ້ເພີ່ມອາຍຸບໍານານເພື່ອໃຫ້ແທດເໝາະກັບການມີອາຍຸຍືນທີ່ສູງຂຶ້ນເຊິ່ງອາດຈະກາຍເປັນສິ່ງທີ່ ຫຼີກລ່ຽງບໍ່ໄດ້ເພື່ອປັບປຸງຄວາມຍືນຍົງໃນໄລຍະຍາວຂອງລະບົບເງິນບໍານານ.

ຂໍ້ມູນເພື່ອຄົ້ນຄວ້າ

ດ້ວຍຄະແນນ 4.4, ປະເທດລາວຢູ່ໃນຈຸດລຸ່ມຂອງດັດຊະນີຂອງພວກເຮົາ, ໂດຍມີລະດັບການຄອບຄຸມ ຫຼື ການເຂົ້າເຖິງລະບົບເງິນບໍານານທີ່ຕໍ່າຫຼາຍເປັນເຫດຜົນຫຼັກ. ຄະແນນໃນດັດຊະນີຍ່ອຍຂອງຄວາມພຽງພໍແມ່ນ 5.3. ຕໍ່ກັບສະພາບດັ່ງກ່າວ, ມັນບໍ່ພຽງແຕ່ຕ້ອງການ ການປະຕິຮູບລະບົບເງິນບໍານານ ເທົ່ານັ້ນ, ແຕ່ຍັງມີຄວາມຈຳເປັນໃນການປະຕິຮູບຕະຫຼາດແຮງງານເພື່ອເພີ່ມສ່ວນແບ່ງຂອງປະຊາກອນ ໃນອາຍຸການເຮັດວຽກໃນຕະຫຼາດແຮງງານຢ່າງເປັນທາງການ ແລະ ການຄຸ້ມຄອງໂດຍລະບົບ ບໍານານ. ຍິ່ງໄປກວ່ານັ້ນ, ແມ່ນຍັງມີຄວາມຈໍາເປັນອັນຮີບດ່ວນເພື່ອປັບປຸງການເຂົ້າເຖິງການບໍລິການ ທາງດ້ານການເງິນ ແລະ ຄວາມຮູ້ທາງພື້ນຖານທາງດ້ານການເງິນ. ອີງຕາມສະຖິຕິຂອງທະນາຄານ ໂລກ, ຫນ້ອຍກວ່າເຄິ່ງໜຶ່ງຂອງປະຊາກອນຜູ້ໃຫຍ່ມີບັນຊີຢູ່ໃນສະຖາບັນການເງິນ. ອັນນີ້ຍັງສະທ້ອນ ໃຫ້ເຫັນຢູ່ໃນຊັບສິນທາງດ້ານການເງິນສຸດທິທີ່ຕໍ່າຂອງຄົວເຮືອນ. ຄວາມຍືນຍົງຂອງລະບົບບໍານານແມ່ນສູງກວ່າຄ່າສະເລ່ຍເລັກນ້ອຍ, ດ້ວຍຄະແນນ 3.6 ໃນດັດຊະນີຍ່ອຍຂອງພວກເຮົາ, ເຊິ່ງສ່ວນໃຫຍ່ແມ່ນຍ້ອນຄວາມຈິງທີ່ວ່າປະຊາກອນຍັງໜຸ່ມ ແລະ ອັດຕາການປະກອບສ່ວນຍັງຕໍ່າກວ່າ ເມື່ອປຽບທຽບກັບສາກົນ. ຢ່າງໃດກໍ່ຕາມ, ເພື່ອຮັບປະກັນຄວາມຍືນຍົງໃນໄລຍະຍາວຂອງລະບົບເງິນບໍານານ, ການເພີ່ມອາຍຸບໍານານທີ່ຍັງຕໍ່າ ຫຼື ການດັດປັບໃຫ້ສອດຄ່ອງກັບການເພີ່ມຂຶ້ນຂອງການມີອາຍຸຍືນອາດຈະເປັນສິ່ງຈໍາເປັນ.

ລະບົບບໍານານທີ່ດີທີ່ສຸດໃນທົ່ວໂລກທີ່ມີຄະແນນລວມຕໍ່າກວ່າ 3

 

ປະເທດ ຄະແນນລວມ ເງື່ອນໄຂພື້ນຖານ (ຄະແນນ) ຄວາມຍືນຍົງ (ຄະແນນ) ຄວາມພຽງພໍ (ຄະແນນ)
ເດັນມາກ 2.2 3.0 2.5 1.4
​ເນ​ເທີ​ແລນ 2.6 2.9 3.4 1.7
ສວີເດນ 2.6 3.1 2.9 2.1
ນິວ​ຊີ​ແລນ 2.8 3.1 3.4 2.1
ອາ​ເມລິ​ກາ 2.9 3.5 2.8 2.6
ໄຕ້ຫວັນ 2.9 4.0 2.8 2.4
ອິດສະຣາເອນ 2.9 2.8 3.5 2.5
ແບນຊິກ 3.0 3.9 3.0 2.4
ລາວ 4.4 4.4 3.6 5.3

 

ສາມາດເຂົ້າບົດລາຍງານໄດ້ທີ່ນີ້: Economic Research | Allianz

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

 

Lorenz Weimann ໂທ. +49 89 3800 16891 e-mail: l orenz.weimann @allianz.com

 

ກ່ຽວກັບ Allianz

ກຸ່ມ Allianz ເປັນໜຶ່ງໃນບໍລິສັດປະກັນໄພ ແລະ ຜູ້ຈັດການຊັບສິນຊັ້ນນໍາຂອງໂລກ ທີ່ມີລູກຄ້າເອກະຊົນ ແລະ ວິສາຫະກິດຫຼາຍກວ່າ 122 ລ້ານຄົນ* ໃນຫຼາຍກວ່າ 70 ປະເທດ. ລູກຄ້າຂອງ Allianz ໄດ້ຮັບຜົນປະໂຫຍດຈາກການບໍລິການປະກັນໄພສ່ວນບຸກຄົນ ແລະບໍລິສັດຫຼາກຫຼາຍຊະນິດ, ຕັ້ງແຕ່ການປະກັນໄພຊັບສິນ, ຊີວິດ ແລະສຸຂະພາບ, ການບໍລິການຊ່ວຍເຫຼືອເຖິງການປະກັນໄພສິນເຊື່ອ ແລະປະກັນໄພທຸລະກິດທົ່ວໂລກ. Allianz ແມ່ນໜຶ່ງໃນບັນດານັກລົງທຶນລາຍໃຫຍ່ທີ່ສຸດໃນໂລກ, ຄຸ້ມຄອງປະມານ 683 ຕື້ເອີໂຣ** ໃນນາມຂອງລູກຄ້າປະກັນໄພຂອງຕົນ. ນອກຈາກນັ້ນ, ຜູ້ຈັດການຊັບສິນຂອງພວກເຮົາ PIMCO ແລະ Allianz Global Investors ຄຸ້ມຄອງຊັບສິນຂອງພາກສ່ວນທີສາມປະມານ 1.6 ພັນຕື້ເອີໂຣ. ຂໍຂອບໃຈກັບການເຊື່ອມໂຍງລະບົບນິເວດແລະເງື່ອນໄຂທາງດ້ານສັງຄົມຂອງພວກເຮົາໃນຂະບວນການທຸລະກິດແລະການຕັດສິນໃຈລົງທຶນຂອງພວກເຮົາ, ພວກເຮົາແມ່ນໜຶ່ງໃນບັນດາຜູ້ນໍາໃນອຸດສາ ຫະກໍາປະກັນໄພໃນດັດຊະນີ Dow Jones Sustainability. ໃນປີ 2022, ພະນັກງານຫຼາຍກວ່າ 159,000 ຄົນບັນລຸລາຍຮັບທັງໝົດ 152,7 ຕື້ເອີໂຣ ແລະ ກໍາໄລການດໍາເນີນງານຂອງກຸ່ມບໍລິສັດ 14,2 ຕື້ເອີໂຣ.

* ລວມທັງຫົວໜ່ວຍທີ່ບໍ່ສັງລວມກັບລູກຄ້າ Allianz.

** ມາຮອດວັນທີ 31 ທັນວາ 2022

ການປະເມີນເຫຼົ່ານີ້ແມ່ນ, ຕາມສະເໝີ, ຂຶ້ນກັບການປະຕິເສດຄວາມຮັບຜິດຊອບທີ່ລະບຸໄວ້ຂ້າງລຸ່ມນີ້.

 

ຂໍ້ຄວນລະວັງກ່ຽວກັບຄຳຖະແຫຼງທີ່ເບິ່ງໄປຂ້າງໜ້າ

ເອກະສານນີ້ປະກອບມີຄໍາຖະແຫຼງທີ່ຄາດຄະເນໄວ້ລ່ວງຫນ້າ, ເຊັ່ນ: ໂອກາດຄວາມເປັນໄປໄດ້ ຫຼື ຄວາມຄາດຫວັງ, ທີ່ອີງໃສ່ທັດສະນະແລະສົມມຸດຕິຖານຂອງຜູ້ບໍລິຫານໃນປະຈຸບັນແລະຂຶ້ນກັບ ຄວາມສ່ຽງແລະຄວາມບໍ່ແນ່ນອນທີ່ຮູ້ຈັກແລະບໍ່ຮູ້. ຜົນໄດ້ຮັບຕົວຈິງ, ຕົວເລກການປະຕິບັດ, ຫຼືເຫດການອາດຈະແຕກຕ່າງກັນຢ່າງຫຼວງຫຼາຍຈາກສິ່ງທີ່ສະແດງອອກ ຫຼື ສະແດງໃຫ້ເຫັນໃນຄໍາ ຖະແຫຼງທີ່ຄາດຄະເນດັ່ງກ່າວ.

 

ການຜິດດ່ຽງອາດຈະເກີດຂື້ນຍ້ອນການປ່ຽນແປງຂອງປັດໄຈລວມທັງ, ແຕ່ບໍ່ຈໍາກັດ, ຕໍ່ໄປນີ້: (i) ສະພາບເສດຖະກິດ ແລະ ການແຂ່ງຂັນທົ່ວໄປໃນທຸລະກິດຫຼັກ ແລະ ຕະຫຼາດຫຼັກຂອງ Allianz, (ii) ສະພາບຂອງຕະຫຼາດການເງິນ (ໂດຍສະເພາະການເຫນັງຕີງຂອງຕະຫຼາດ, ສະພາບຄ່ອງ, ແລະ ເຫດການສິນເຊື່ອ), (iii) ການໂຄສະນາທາງລົບຕໍ່ສາທາລະນະ, ການປະຕິບັດກົດລະບຽບ ຫຼື ການດໍາເນີນຄະດີກ່ຽວກັບກຸ່ມ Allianz, ບໍລິສັດທີ່ມີຊື່ສຽງອື່ນໆ ແລະ ອຸດສາຫະກໍາການບໍລິການທາງ ດ້ານການເງິນໂດຍທົ່ວໄປ, (iv) ຄວາມຖີ່ແລະຄວາມຮຸນແຮງຂອງເຫດການ ການສູນເສຍປະກັນໄພ, ລວມທັງສິ່ງທີ່ເປັນຜົນມາຈາກໄພພິບັດທາງທໍາມະຊາດ, ແລະ ການພັດທະນາຄ່າໃຊ້ຈ່າຍໃນການ ສູນເສຍ, (v) ອັດຕາການຕາຍ ແລະ ລະດັບການເຈັບປ່ວຍແລະທ່າອ່ຽງ, (vi) ລະດັບຄົງທີ່, (vii) ຂອບເຂດຂອງການປ່ອຍສິນເຊື່ອ, (viii) ລະດັບອັດຕາດອກເບ້ຍ, (ix) ອັດຕາແລກປ່ຽນເງິນຕາ. ໂດຍສະເພາະແມ່ນອັດຕາແລກປ່ຽນ EUR/USD, (x) ການປ່ຽນແປງທາງດ້ານກົດຫມາຍແລະນິຕິກຳ, ລວມທັງລະບຽບການດ້ານພາສີ, (xi) ຜົນກະທົບຂອງການຊື້ລວມທັງບັນຫາການເຊື່ອມໂຍງທີ່ກ່ຽວຂ້ອງ ແລະ ມາດຕະການຈັດລະບຽບໃຫມ່, ແລະ (xii) ເງື່ອນໄຂການແຂ່ງຂັນທົ່ວໄປທີ່, ໃນແຕ່ລະກໍລະນີ, ທີ່ນຳໃຊ້ໃນລະດັບທ້ອງຖິ່ນ, ພາກພື້ນ, ລະດັບຊາດ ແລະ/ຫຼື ລະດັບໂລກ. ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ຫຼາຍ​ຢ່າງ​ອາດ​ຈະ​ຮ້າຍ​ແຮງ​ຂຶ້ນ​ຍ້ອນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.

ບໍ່ມີໜ້າທີ່ທີ່ຈະອັບເດດ

Allianz ບໍ່ມີພັນທະໃນການປັບປຸງຂໍ້ມູນໃດໆຫຼືຄໍາຖະແຫຼງທີ່ເບິ່ງໄປຂ້າງຫນ້າທີ່ມີຢູ່ໃນນີ້, ບັນທຶກຂໍ້ມູນໃດໆທີ່ພວກເຮົາ ຕ້ອງການເປີດເຜີຍໂດຍກົດຫມາຍ.

ຫມາຍເຫດຄວາມເປັນສ່ວນຕົວ

Allianz SE ມຸ່ງໝັ້ນທີ່ຈະປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ. ຊອກຫາຂໍ້ມູນເພີ່ມເຕີມຢູ່ໃນ privacy statement

 

[1]ຜູ້​ທີ່​ມີ​ອາ​ຍຸ 65 ປີ​ຂຶ້ນ​ໄປ​ເປັນ​ສ່ວນ​ຮ້ອຍ​ຂອງ​ປະ​ຊາ​ກອນ​ທີ່​ເຮັດ​ວຽກ (15 ຫາ 64 ປີ​)​.

[2] ລວມມີ ກຳປູເຈຍ, ຈີນ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ເກົາຫຼີໃຕ້, ສີລັງກາ, ໄຕ້ຫວັນ, ໄທ ແລະ ຫວຽດນາມ.

ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - 5 - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ
ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - 4 - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ
ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ - 3 - ບົດລາຍງານກ່ຽວກັບເງິນບໍານານຂອງ ກຸ່ມ Allianz Global 2023: ເຈາະເລິກເຂົ້າເຖິງສັນຍາລະຫວ່າງຮຸ່ນຄົນ