ອຸຕຸແຈ້ງ!! ມື້ນີ້ອາກາດຈະຮ້ອນຫລາຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ອຸນຫະພູມສູງເຖິງ 42 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈໍາວັນທີ 7 ພຶດສະພາ 2023 ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີມີກຳລັງແຮງໄດ້ປົກຄຸມທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ເຊິ່ງຈະເຮັດໃຫ້ຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍຕື່ມອີກ ແລະ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
ແຂວງ ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 18–36 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 20%. ອຸນຫະພູມໃນລະຫວ່າງ 29–42 ອົງສາ.
ພາກກາງ: ອາກາດຮ້ອນເອົ້າຫລາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 25–41 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 19–33 ອົງສາ.
ພາກໃຕ້: ອາກາດຮ້ອນເອົ້າຫລາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 25–41 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 17–28 ອົງສາ.