ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ

ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - 34542 - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ
ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - kitchen vibe - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ

ເຈົ້າໜ້າທີ່ຕໍາຫລວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ລາຍງານວ່າ: ວັນທີ 29 ເດືອນ ມີນາ 2023 ໄດ້ຮັບແຈ້ງຄວາມຈາກ ນາງ ອອນ ຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ຜູ້ຖືກເສຍຫາຍ ວ່າມີຄົນຮ້າຍມາງັດເຮືອນຂອງຕົນ ແລະ ໄດ້ງັດຕູ້ເຊບ ພ້ອມທັງເກັບເອົາວັດຖຸເຄື່ອງຂອງມີຄ່າໄປຈົນໝົດ, ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນລົງເກັບກໍາຂໍ້ມູນ, ຊັນນະສູດ, ກວດກາສະຖານທີ່ເກີດເຫດຢ່າງຮີບດ່ວນ ຈຶ່ງຮູ້ວ່າຄົນຮ້າຍໄດ້ປີນຂຶ້ນທາງຫລັງຄາເຮືອນແລ້ວດຶງເອົາກະເບື້ອງອອກສອງແຜ່ນ ເຂົ້າໄປທາງເທິງເພດານເຮືອນ ແລ້ວໃຊ້ສາຍໄຟຟ້າຍາວປະມານ 5 ແມັດ ມັດຢ່ອນລົງມາຫາຫ້ອງນອນ ແລ້ວງັດຕູ້ເຊັບເກັບເອົາວັດຖຸມີຄ່າໄປຈົນໝົດ, ຈາກການໃຫ້ການໃນເບື້ອງຕົ້ນຂອງເຈົ້າຂອງຊັບໃຫ້ຮູ້ວ່າ: ເຄື່ອງທີ່ຖືກລັກໄປມີເງິນ ຈໍານວນ 33.000.000 ກີບ, ເງິນບາດ 17.000 ບາດ, 300 ໂດລາ, ເງິນກີບຫົວໜາມ 2 ກີບ, ເງິນຂັນ 2 ຂັນ, ເງິນສ້ຽນ 3 ສ້ຽນ, ສາຍຄໍສີເຫລືອງຄ້າຍຄືຄໍາ 1 ເສັ້ນພ້ອມກີ້ ນໍ້າໜັກ 3 ບາດເຄິ່ງ, ສາຍຄໍສີເຫລືອງຄ້າຍຄືຄໍາ 1 ເສັ້ນໜັກ 1 ບາດ , ແຫວນສີເຫລືອງຄ້າຍຄືຄໍາ 1 ວົງ, ນໍ້າໜັກ 2 ສະຫລຶງ.

ຜ່ານການຊັນນະສູດສະຖານທີ່ເກີດເຫດ, ເກັບກໍາຂໍ້ມູນຫລັກຖານຈຶ່ງສາມາດຄັດຈ້ອນຂຶ້ນບັນຊີເປົ້າໝາຍຕ້ອງສົງໄສທີ່ລົງມືລັກຊັບ ແລະ ໄດ້ຕິດຕາມການເຄື່ອນໄຫວຂອງເປົ້າໝາຍແບບປິດລັບ. ມາຮອດວັນທີ 18 ເມສາ 2023 ກໍສາມາດກັກຕົວ ທ້າວ ຊັນນີ່ ອາຍຸ 24 ປີ, ເປັນປະຊາຊົນຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ທີ່ເປັນຜູ້ກໍ່ເຫດລັກຊັບມາດໍາເນີນການສືບສວນ-ສອບສວນຕາມກົດໝາຍ.

ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ
ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ

ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຕົນເປັນຄົນລົງມືລັກຊັບໃນຄັ້ງນີ້ແທ້ໂດຍໄດ້ວາງແຜນມາກ່ອນແລ້ວປະມານ 2-3 ມື້, ໄດ້ຕິດຕາມການເຄື່ອນໄຫວຂອງຜູ້ເສຍຫາຍຢ່າງໃກ້ຊິດ, ພໍຮອດເວລາ 16:00 ໂມງ ວັນທີ 29 ມີນາ 2023 ຈຶ່ງໄດ້ເອົາຄ້ອນຕີ 1 ອັນ, ເຫລັກງັດ 1 ອັນ, ຊິ່ວ 1 ອັນ ທີ່ກຽມໄວ້ແລ້ວຍ່າງເຂົ້າໄປໃນເຮືອນຮ້າງຫລັງໜຶ່ງທີ່ບໍ່ມີຄົນຢູ່ທີ່ຕິດກັບເຮືອນຂອງຜູ້ເສຍຫາຍ, ຂຶ້ນໄປເທິງຊັ້ນສອງແລ້ວປິນຂ້າມໄປໃສ່ຫລັງຄາເຮືອນຂອງຜູ້ເສຍຫາຍ, ໄດ້ດຶງເອົາກະເບື້ອງອອກ 2 ແຜ່ນຈາກນັ້ນກໍເຂົ້າໄປເທິງເພດານແລ້ວເອົາສາຍໄຟມັດຢ້ອນລົງເຂົ້າໄປໃນເຮືອນເຫັນວ່າຫ້ອງນອນບໍ່ໄດ້ລັອກຈຶ່ງໄດ້ລົງມືງັດຕູ້ເຊບໂດຍເອົາເຫລັກງັດແຍ່ເຂົ້າໄປງັດກ່ອນແລ້ວເອົາພ້າງັດຕື່ມ, ພໍຝາຕູ້ເຊັບງະອອກຈຶ່ງໃຊ້ຊິ່ວແຍ່ເຂົ້າໄປ ແລະ ໃຊ້ຄ້ອນຕີຕອກ ໃຊ້ເວລາປະມານ 1 ຊົ່ວໂມງຈຶ່ງເປີດຕູ້ເຊັບອອກໄດ້ ແລ້ວຈັບເອົາເງິນຈໍານວນ 33.000.000 ກີບ, ເງິນບາດ 17.000 ບາດ, 300 ໂດລາ, ເງິນກີບຫົວໜາມ 2 ກີບ, ເງິນຂັນ 2 ຂັນ, ເງິນສ້ຽນ 3 ສ້ຽນ, ສາຍຄໍສີເຫລືອງຄ້າຍຄືຄໍາ 1 ເສັ້ນພ້ອມກີ້ ນໍ້າໜັກ 3 ບາດເຄິ່ງ, ສາຍຄໍສີເຫລືອງຄ້າຍຄືຄໍາ 1 ເສັ້ນໜັກ 1 ບາດ , ແຫວນສີເຫລືອງຄ້າຍຄືຄໍາ 1 ວົງ, ນໍ້າໜັກ 2 ສະຫລຶງ. ເມື່ອໄດ້ເຄື່ອງຂອງມີຄ່າແລ້ວກໍ່ຮີບຟ້າວໄຂປະຕູປ່ອງຢ້ຽມປີນອອກໄປລີ້ຊ່ອນຢູ່ເຮືອນຂອງຕົນ ເອົາເງິນກີບຫົວໜາມ ແລະ ເງິນຂັນຊຸກເຊື່ອງໄວ້ຢູ່ກ້ອງຕູ້, ຮອດເວລາ 20:00 ໂມງຂອງວັນດຽວກັນກໍໄດ້ອອກໄປກິນເບຍກັບໝູ່ຜູ້ໜຶ່ງຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ໝົດເງິນປະມານ 1.500.000 ກີບ. ມື້ຕໍ່ມາກໍໄປເລະຫລິ້ນບຸນ ແລະ ໄດ້ໃຊ້ຈ່າຍເງິນຈົນໝົດ, ມາຮອດວັນທີ 11 ເມສາ 2023 ຜູ້ກ່ຽວໄດ້ຂັບຂີ່ລົດຈັກໄປເມືອງ ປາກຊັນ ເພື່ອເອົາຄໍາໄປຂາຍຢູ່ຕະຫລາດປາກຊັນ, ເອົາສາຍຄໍຄໍາປ່ຽນເອົາແຫວນ 1 ວົງໜັກ 2 ສະຫລຶງ, ສາຍແຂນ 1 ເສັ້ນ, ໜັກ 02 ສະຫລຶງ, ສ່ວນທີ່ເຫລືອແມ່ນຂາຍໄດ້ເງິນຈໍານວນ 32.500.000 ກີບ, ສ່ວນກີ້ແມ່ນບໍ່ໄດ້ຂາຍ, ຈາກນັ້ນກໍ່ເອົາສາຍແຂນໄປໃຫ້ຜູ້ສາວ ແລະ ໂອນເງິນເຂົ້າບັນຊີຜູ້ສາວເພື່ອຝາກໄວ້ ຈໍານວນ 30.000,000 ກີບ, ອີກຈໍານວນໜຶ່ງແມ່ນນໍາໄປໃຊ້ຈ່າຍຫລິ້ນກິນຟູມເຟືອຍຈົນໝົດ, ສ່ວນສາຍຄໍສີເຫລືອງຄ້າຍຄືຄໍາ 1 ເສັ້ນໜັກ 1 ບາດໄດ້ເອົາໄປຝາກແມ່ຂອງໝູ່ໄປຂາຍໃຫ້ໄດ້ເງິນ 9.200.000 ກີບ, ຮອດວັນທີ 18 ເມສາ 2023 ຈຶ່ງຖືກເຈົ້າໜ້າທີ່ຕໍາຫລວດກັກຕົວ ພ້ອມເກັບກູ້ເຄື່ອງຂອງກາງຄືນມາ ມີເງິນ 39.400,000 ກີບ, 4.900 ບາດແຫວນ 2 ວົງ, ໜັກ 3 ສະຫລຶງ, ສາຍແຂນ 1 ເສັ້ນໜັກ 1 ສະຫລຶງ, ກີ້ສາຍຄໍ 1 ອັນໜັກ 2 ສະຫລຶງ, ເງິນກີບຫົວໜາມ 2 ກີບ, ເງິນຂັນ 2 ຂັນ, ເງິນສ້ຽນ 3 ສ້ຽນ ມາດໍາເນີນການສືບສວນ-ສອບສວນຕາມລະບຽບກົດໝາຍ.

ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - 5 - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ
ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - 4 - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ
ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ - 3 - ປກສ ເມືອງ ວຽງທອງ ຈັບຊາຍໜຸ່ມໄວ 24 ປີ ທີ່ກໍ່ເຫດງັດຕູ້ເຊບລັກຊັບປະຊາຊົນໄດ້ເງິນຫລາຍສິບລ້ານກີບ ມາດໍາເນີນຄະດີ