ລີເວີພູລ ຜິດຫວັງອຸທອນບໍ່ຜ່ານ ເອຟເອ ຢືນຢັນໂທດ ມາເນ 3 ນັດຄືເກົ່າ

- CiHZjUdJ5HPNXJ92GO24TmEohAQulbw9y9 - ລີເວີພູລ ຜິດຫວັງອຸທອນບໍ່ຜ່ານ ເອຟເອ ຢືນຢັນໂທດ ມາເນ 3 ນັດຄືເກົ່າ
- kitchen vibe - ລີເວີພູລ ຜິດຫວັງອຸທອນບໍ່ຜ່ານ ເອຟເອ ຢືນຢັນໂທດ ມາເນ 3 ນັດຄືເກົ່າ

- CiHZjUdJ5HPNXJ92GO24TmEohAQulbw9y9 300x169 - ລີເວີພູລ ຜິດຫວັງອຸທອນບໍ່ຜ່ານ ເອຟເອ ຢືນຢັນໂທດ ມາເນ 3 ນັດຄືເກົ່າ
ສະມາຄົມບານເຕະ ອັງ ກິດ ຫຼື ເອຟເອ ປະຕິເສດຄຳ ຍື່ນອຸທອນຂອງ ລີເວີພູລ ໃນກໍ ລະນີທີ່ ຊາດິໂອ ມາເນ ປີກໂຕ ເກັ່ງຂອງທີມຖືກໃບແດງຈາກເກມພຣີເມຍລີກນັດທີ່ພົບກັບ ແມນເຊສເຕີ ຊິຕີ ໃນວັນເສົາ ຜ່ານມາ.
ມາເນ ຖືກ ຈອນ ມອສ ກຳມະການຕັດສິນໃຫ້ໃບແດງໄລ່ອອກຈາກສະໜາມໃນໄລ ຍະກາງຂອງເຄິ່ງເວລາທີສອງ ຫຼັງໄປຍົກຕີນສູງໃສ່ໜ້າຂອງ ເອແດສັນ ຜູ້ຮັກສາປະຕູຂອງ ແມນເຊສເຕີ ຊິຕີ ຈົນຫຍິບເຖິງ 8 ເຂັມ ເຮັດໃຫ້ ມາເນ ຈະ ຕ້ອງຕິດໂທດ 3 ນັດ.
ໂດຍ ລີເວີພູລ ເບິ່ງວ່າ ເປັນການລົງໂທດທີ່ຮ້າຍແຮງ ເກີນໄປ ກ່ອນຈະຍື່ນອຸທອນຕໍ່ ທາງ ເອຟເອ ແຕ່ຫຼ້າສຸດຖືກປະ ຕິເສດເປັນທີ່ຮຽບຮ້ອຍແລ້ວ ເຮັດໃຫ້ ມາເນ ຕ້ອງຮັບໃຊ້ ໂທດ 3 ນັດຄືເກົ່າ.
ສົ່ງຜົນໃຫ້ ມາເນ ຈະພາດ ລົງສະໜາມ 3 ເກມ ເລີ່ມຈາກ ເປີດບ້ານພົບກັບ ເບິນລີ ໃນວັນ ທີ 16 ກັນຍາ, ພົບກັບ ເລສເຕີ ຊິຕີ ວັນທີ 23 ກັນຍາ ແລະ ໃນເກມຄາຣາບາວຄັບ ຮອບ 3 ທີ່ຕ້ອງບຸກໄປຢາມ ເລສເຕີ ຊິຕີ ໃນວັນອັງຄານທີ 19 ກັນ ຍານີ້ນຳອີກ.

- 4 - ລີເວີພູລ ຜິດຫວັງອຸທອນບໍ່ຜ່ານ ເອຟເອ ຢືນຢັນໂທດ ມາເນ 3 ນັດຄືເກົ່າ
- Visit Laos Visit SALANA BOUTIQUE HOTEL - ລີເວີພູລ ຜິດຫວັງອຸທອນບໍ່ຜ່ານ ເອຟເອ ຢືນຢັນໂທດ ມາເນ 3 ນັດຄືເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!