ສານປະຊາຊົນແຂວງວຽງຈັນ ຕັດສິນຈຳຄຸກຈຳເລີຍ 4 ຄົນ ໃນຂໍ້ຫາຄ້າ-ຂາຍຢາເສບຕິດ


ວັນທີ 4 ພຶດສະພາ 2023 ຜ່ານມາ, ສານປະຊາຊົນ ແຂວງວຽງຈັນ ໄດ້ຕັດສິນຄະດີຈໍາເລີຍຈໍານວນ 4 ຄົນ ຄື: ທ້າວ ພູວົງ ອາຍຸ 43 ປີ, ອາຊີບກຳມະກອນ ຢູ່ບ້ານ ບໍ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 9 ກຸມພາ 2022 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 80 ເມັດ, ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດ ສະລະພາບຈຳເລີຍ 7 ປີ, 6 ເດືອນ ປັບໃໝ 10 ລ້ານກີບ;
ນາງ ຊີຢ່າງ ອາຍຸ 40 ປີ ອາຊີບ ເຮັດນາ ຢູ່ບ້ານ ຜາສັງ ເມືອງເຟືອງ ແຂວງວຽຈັນ ຖືກກັກຕົວຄັ້ງວັນທີ 1 ມີນາ 2022 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 2.000 ເມັດ, ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 10 ປີ ປັບໃໝ 100 ລ້ານກີບ;
ທ້າວ ຄຳພຸດ ອາຍຸ 35 ປີ ອາຊີບ ເຮັດນາ ຢູ່ບ້ານ ຄອນແກ້ວ ເມືອງ ຫີນເຫີບ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 7 ເມສາ 2022 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງຢາບ້າຈໍານວນ 44 ເມັດ, ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ;
ທ້າວ ກໍທາວ ອາຍຸ 37 ປີ ອາຊີບ ວ່າງງານ ຢູ່ບ້ານ ນ້ຳແພດ ເມືອງໝື່ນ ແຂວງວຽງຈັນ ຖຶກກັກຕົວ ຄັ້ງວັນທີ 14 ກັນຍາ 2022 ໃນຂໍ້ກ່າວຫາ ລັກຊັບພົນລະເມືອງ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 3 ປີ ປັບໃໝ 5 ລ້ານກີບ.