ພັກປະຊາຊົນປະຕິວັດລາວ-ພັກກອມມູນິິດຫວຽດນາມ ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ


ວັນທີ 10 ພຶດສະພາ 2023 ຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນໂອກາດທີ່ເດີນທາງຢ້ຽມຢາມສັນຖະໄມຕີ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ພຶດສະພາ 2023 ນີ້.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນເອກ ເລືອງ ເກືອງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ຈາກນັ້ນ, ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ. ທັງໄດ້ລາຍງານກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ກໍເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ຫວຽດນາມ-ລາວ ໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ