ສ.ເກົາຫລີ ຈະເອີ້ນລົດຄືນ 220.000 ກວ່າຄັນ ເນື່ອງຈາກ ກວດພົບຂໍ້ບົກຜ່ອງດ້ານການຜະລິດ
May 12, 2023 - 11:23 AM


ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານວັນທີ 10 ພຶດສະພາ 2023 , ກະຊວງ ຄົມມະນາຄົມ ຂອງ ສ.ເກົາຫລີ ເປີດເຜີຍ ວ່າ: ກຸ່ມຜູ້ຜະລິດ ຍານພາຫະນະ ພາຍໃນປະເທດ ແລະ ຕ່າງປະເທດ ຈຳນວນ 5 ແຫ່ງ ຈະເອີ້ນຄືນ ຍານພາຫະນະ ໂດຍສະໝັກໃຈ ຈຳນວນ 229.052 ຄັນ ເນື່ອງຈາກ ກວດພົບຂໍ້ບົກຜ່ອງ ດ້ານການຜະລິດ.
ເຈົ້າໜ້າທີ່ ກະຊວງກ່ຽວຂ້ອງ ລະບຸວ່າ: ເກຍ ມໍເຕີຣ (Kia Motors) ຈະເອີ້ນຄືນ ລົດໃຫຍ່ລຸ້ນ ຄາຣນິວັລ (Carnival) ຈຳນວນ 190.841 ຄັນ ເນື່ອງຈາກ ປະຕູເລື່ອນເປ່ເພ. ໃນຂະນະທີ່ ເມີຣເຊເດສ-ເບນຊ (Mercedes-Benz Korea) ຈະເອີ້ນຄືນລົດໃຫຍ່ 8 ລຸ້ນ ຈຳນວນ 20.547 ຄັນ ລວມເຖິງ ລົດໃຫຍ່ ລຸ້ນ ອີ 200 ດີ (E200d) ເນື່ອງຈາກອຸປະກອນສ່ວນ ປໍ້າເຊື້ອໄຟ ແຮງດັນສູງ ມີຄວາມທົນທານ ຫລຸດຕໍ່າລົງ ແລະ ລຸ້ນອື່ນໆອີກ. ໂດຍກະຊວງດັ່ງກ່າວ ລະບຸວ່າ: ເຈົ້າຂອງລົດໃຫຍ່ ສາມາດ ໄປທີ່ສູນ ສ້ອມແປງ ແລະ ບໍລິການຂອງ ບໍລິສັດຕ່າງໆ ເພື່ອປ່ຽນ ອຸປະກອນ ທີ່ເປເພ ໂດຍບໍ່ເສຍຄ່າ ໃຊ້ຈ່າຍໃດໆ.