ປະຊາຊົນລາວ 91% ຂອງຄົວເຮືອນປະສົບບັນຫາດ້ານຄ່າຄອງຊີບຈາກອັດຕາເງິນເຟີ້
ຂ່າວໜັງສືພິມວຽງຈັນໃໝ່ລາຍງານວ່າ: ວັນທີ 10 ພຶດສະພາ 2023 ຜ່ານມານີ້ ອົງການຈັດຕັ້ງທາງສັງຄົມທີ່ມີສ່ວນຮ່ວມໃນເຄືອຂ່າຍໂພຊະນາການ (SUN CSA) ໄດ້ເຜີຍແຜ່ ບົດສຶກສາກ່ຽວກັບຜົນກະທົບຂອງອັດຕາເງິນເຟີ້ຕໍ່ການຄໍ້າປະກັນດ້ານສະບຽງອາຫານໃນ ສປປ ລາວ.
ຜົນການສຶກສາຄັ້ງນີ້ດຳເນີນໂດຍ 13 ອົງກອນ ຢູ່ໃນ 14 ແຂວງ ແລະ ພົບວ່າ 91% ຂອງຄົວເຮືອນແມ່ນປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້, ການແພ່ລະບາດຂອງພະຍາດໂຄວິດ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ຈາກຜົນການສຶກສາ ບັນດາອົງການຈັດຕັ້ງທາງສັງຄົມຈຶ່ງຢືນຢັນຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ໂຄງການຂອງພວກເຮົາສະໜັບສະໜູນການດຳລົງຊີວິດ ກະສິກຳ ການສຶກສາ ແລະ ສຸຂະພາບ ສຳລັບຄົວເຮືອໃນປະເທດລາວ ແລະ ສະໜັບສະໜູນຊຸມຊົນທີ່ດ້ອຍໂອກາດທີ່ສຸດໃນລາວ ທີ່ໄດ້ຮັບຜົນກະທົບຈາກກອັດຕາເງິນເຟີ້ ຄ່າຄອງຊີບທີ່ສູງຂຶ້ນ ໃນລະດັບທີ່ແຕກຕ່າງກັນໄປ.
ການສໍາຫຼວດຄວາມໝັ້ນຄົງດ້ານສະບຽງອາຫານຄັ້ງນີ້ ພົບວ່າ 47% ຂອງຄົວເຮືອນຂາດອາຫານຢ່າງໜ້ອຍໜຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ, 31% ຂອງຜູ້ຕອບແບບສອບຖາມເຄີຍໄດ້ອົດເຂົ້າ, 56% ຂອງຄົວເຮືອນບໍ່ສາມາດກິນອາຫານທີ່ດີຕໍ່ສຸຂະພາບ ຫຼື ມີໂພຊະນາການໄດ້ຕະຫຼອດປີ.
ສາເຫດທີ່ເກີດບັນຫາ (67%) ລາຍຮັບບໍ່ພຽງພໍ, (66%) ແລະ ການເພີ່ມຂຶ້ນຂອງລາຄານໍ້າມັນ (63%)
ວິທີແກ້ໄຂສະເພາະໜ້າ ຜົນການຕອບມີ: ການຊື້ອາຫານໜ້ອຍລົງ (71%), ການຊື້ຫາອາຫານໃຫ້ໄດ້ຫຼາຍຂຶ້ນ (65%), ກິນໜ້ອຍລົງ (52%), ຢືມເງິນ (41%), ຂາຍຊັບສິນ (34%)
ວິທີການຫຼຸດຜ່ອນການໃຊ້ຈ່າຍດ້ານການສຶກສາ ມີ 15% ເດັກນ້ອຍຂາດໂຮງຮຽນ, 13% ປະລະການຮຽນ
ຫຼຸດຜ່ອນການໃຊ້ຈ່າຍໃນການຮັກສາສຸຂະພາບທີ່ຈໍາເປັນ (12%)
ນອກຈາກນີ້ການສຳຫຼວດອື່ນໆກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານເມື່ອບໍ່ດົນມານີ້ພົບບັນຫາທີ່ຄ້າຍຄືກັນ ຈາກບົດລາຍງານການຕິດຕາມປະຈຳເດືອນຂອງ WFP ພົບວ່າ 12 % ຂອງຄົວເຮືອນໃນລາວແມ່ນບໍ່ຄໍ້າປະກັນດ້ານສະບຽງອາຫານ ການສຳຫຼວດຂອງອົງການສູພານິມິດເມື່ອບໍ່ດົນມານີ້ຍັງພົບວ່າ ໃນ 9 ແຂວງ ມີປະຊາຊົນ 35% ທີ່ເຄີຍບໍ່ໄດ້ກິນອາຫານໝົດມື້ ຢ່າງໜ້ອຍໜຶ່ງຄັ້ງໃນປີທີ່ຜ່ານມາ.
ທີ່ມາ: ວຽງຈັນໃໝ່