ເພີ່ມທະວີຕິດຕາມກວດກາ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດໃນຖັນແຖວພະນັກງານ ອົງການໄອຍະການປະຊາຊົນ

ວັນທີ 16 ພຶດສະພາ 2023, ກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນ ສະບັບເລກທີ 011/ອອປສ, ລົງວັນທີ 11 ພຶດສະພາ 2023, ໂດຍການເປັນປະທານຂອງ ທ່ານ ນາງ ພອນທິບ ສາວະລີ ຄະນະບໍລິຫານງານພັກ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ, ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ.
ໃນວາລະດັ່ງກ່າວ, ທ່ານ ນາງ ພອນທິບ ສາວະລີ ໄດ້ເຜີຍແຜ່ຄໍາສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນ ສະບັບເລກທີ 011/ອອປສ, ລົງວັນທີ 11 ພຶດສະພາ 2023 ໃນການເພີ່ມທະວີວຽກງານຕິດຕາມກວດກາ ແລະ ການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສ້າງຄວາມເຂັ້ມແຂງ ແລະ ເພື່ອຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ, ພ້ອມທັງຮັບປະກັນການເຄື່ອນໄຫວວຽກງານກວດກາຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ, ຊັດເຈນ, ທັນຕໍ່ເຫດການທີ່ເກີດຂຶ້ນ. ມີຄວາມເປັນເອກະພາບໃນທົ່ວລະບົບ ອົງການໄອຍະການປະຊາຊົນ ໃນຂອບເຂດທົ່ວປະເທດ.
ທັງນີ້ກໍເພື່ອສ້າງລະບົບກົນໄກປະສານງານ ລະຫວ່າງ ຜູ້ເຮັດວຽກກວດກາຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີລະບົບປະສານງານກັນຢ່າງກົມກຽວ, ມີການລາຍງານເປັນປະຈໍາໃນແຕ່ລະເດືອນ, ມີການສະຫລຸບ, ຖອດຖອນບົດຮຽນກັນຢ່າງເປັນປົກກະຕິ ເພື່ອຊຸກຍູ້, ຕິດຕາມຕໍ່ວຽກງານກວດກາໃນລະບົບອົງການໄອຍະການປະຊາຊົນ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.